ຈັດເວທີປຶກສາຫາລືການພັດທະນາສັງຄົມແລະການຫຼຸດຜ່ອນຄວາມທຸກຍາກຈີນ-ອາຊຽນຄັ້ງທີ 16

2022-06-30 10:16:11
ມາຈາກ:CRI

ວັນທີ 28 ມິຖຸນານີ້, ເວທີປຶກສາຫາລືການພັດທະນາສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກຈີນ-ອາຊຽນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ເວທີປຶກສາຫາລືຄັ້ງນີ້ມີຫົວຂໍ້ວ່າ: ເພີ່ມທະວີການແລກປ່ຽນດ້ານການຫຼຸດຜ່ອນຄວາມທຸກຍາກ, ພ້ອມກັນກໍ່ສ້າງບ້ານເກີດໃຫ້ຈະເລີນຮຸ່ງເຮືອງ ໂດຍແນໃສ່ສືບຕໍ່ລົງເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການພັດທະນາທາງສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງຈີນ ແລະ ອາຊຽນ, ທຳຄວາມພະຍາຍາມເພື່ອກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໃຫ້ແໜ້ນແຟ້ນກວ່າເກົ່າ ແລະ ພ້ອມກັນຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ.

ຜູ້ຕາງໜ້າພາກສ່ວນຕ່າງໆທເຂົ້າຮ່ວມກອງປະຊຸມກ່າວວ່າ, ເວລາ 16 ປີຜ່ານມານີ້, ເວທີປຶກສາຫາລືການພັດທະນາສັງຄົມແລະການຫຼຸດຜ່ອນຄວາມທຸກຍາກຈີນ-ອາຊຽນໄດ້ສ້າງອິດທິພົນນັບມື້ນັບຫຼາຍຂຶ້ນ, ໄດ້ກາຍເປັນເວທີແບບກົນໄກສຳຄັນໜຶ່ງທີ່ຊຸກຍູ້ການແລກປ່ຽນບົດຮຽນຫຼຸດຜ່ອນຄວາມທຸກຍາກ ແລະ ລົງເລິກການພັດທະນາທາງສັງຄົມລະຫວ່າງຈີນ ກັບ ອາຊຽນ, ກ່າວວ່າ ຍິນດີເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບຈີນໃນຂົງເຂດການພັດທະນາທາງສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກຕື່ມອີກ.

ຜູ້ຕາງໜ້າພາກສ່ວນຕ່າງໆຂອງຈີນ ແລະ 10 ປະເທດສະມາຊິກອາຊຽນລວມທັງໝົດປະມານ 160 ຄົນໄດ້ເຂົ້າຮ່ວມເວທີປຶກສາຫາລືຄັ້ງນີ້.

ຈັດເວທີປຶກສາຫາລືການພັດທະນາສັງຄົມແລະການຫຼຸດຜ່ອນຄວາມທຸກຍາກຈີນ-ອາຊຽນຄັ້ງທີ 16