ໃນ 25 ປີຜ່ານມາ, ອາຍຸຍືນສະເລ່ຍຂອງປະຊາຊົນຮົງກົງ ເພດຊາຍ ແລະ ເພດຍິງ ຕ່າງກໍໄດ້ເພີ່ມຂຶ້ນ 6,2 ປີ ແລະ 5,5 ປີ

2022-06-30 10:20:31
ມາຈາກ:CRI

ວັນທີ 1 ກໍລະກົດ ແມ່ນວັນລະນຶກຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ. ໃນ 25 ປີຜ່ານມາ, ຈຳນວນປະຊາກອນຂອງຮົງກົງ ໄດ້ເພີ່ມຂຶ້ນເກືອບລ້ານຄົນ, ຄືຈາກ 6.502.100 ຄົນໃນປີ 1997 ເພີ່ມຂຶ້ນເຖິງ 7.413.100 ຄົນໃນປີ 2021; ຂະນະດຽວກັນ, ອາຍຸຍືນສະເລ່ຍຂອງປະຊາຊົນຮົງກົງເພດຊາຍ ແລະ ເພດຍິງຕ່າງກໍໄດ້ເພີ່ມຂຶ້ນ 6,2 ປີ ແລະ 5,5 ປີ, ຄື ຮອດປີ 2021 ອາຍຸຍືນສະເລ່ຍຂອງເພດຊາຍແມ່ນ 83 ປີ, ເພດຍິງແມ່ນ 87,7 ປີ, ກາຍເປັນໜຶ່ງໃນບັນດາເຂດທີ່ອາຍຸຍືນກວ່າໝູ່ໃນທົ່ວໂລກ.

△ປະຊາຊົນຍ່າງຕາມຖະໜົນຫົນທາງໃນຮົງກົງ

△ຢູ່ເຂດຊຸມຊົນຮົງກົງ, ຜູ້ເຖົ້າທັງຫຼາຍກຳລັງຫຼິ້ນໝາກເສິກ.


△ຜູ້ເຖົ້າທີ່ມ່ວນຊື່ນຕາມຖະໜົນຫົນທາງໃນຮົງກົງ

△ຜູ້ເຖົ້າຊາວຮົງກົງສະເຫວີຍຄວາມສຸກຈາກການຫຼິ້ນມ່ວນຊື່ນກັບລູກຫຼານ

△ຖະໜົນຫົນທາງທີ່ຈະເລີນຮຸ່ງເຮືອງຂອງຮົງກົງ

ໃນ 25 ປີຜ່ານມາ, ອາຍຸຍືນສະເລ່ຍຂອງປະຊາຊົນຮົງກົງ ເພດຊາຍ ແລະ ເພດຍິງ ຕ່າງກໍໄດ້ເພີ່ມຂຶ້ນ 6,2 ປີ ແລະ 5,5 ປີ