ນັບແຕ່ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາ 7 ເດືອນມານີ້ ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 4 ລ້ານເທື່ອຄົນ

2022-07-05 17:51:42
ມາຈາກ:CRI

ວັນທີ 4 ກໍລະກົດນີ້, ກຸ່ມບໍລິສັດຄຸນມີງທາງລົດໄຟຈີນຈຳກັດແຈ້ງໃຫ້ຮູ້ວ່າ, ທາງລົດໄຟຈີນ-ລາວໄດເປີດນຳໃຊ້ມາເປັນເວລາ 7 ເດືອນແລ້ວ, ພາກສ່ວນທາງລົດໄຟໄດ້ເປີດການບໍລິການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໃໝ່ຈຳນວນຫຼາຍ. ມາຮອດວັນທີ 3 ກໍລະກົດນີ້ ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 4 ລ້ານ 1 ແສນ 1 ໝື່ນເທື່ອຄົນ, ໃນນັ້ນ, ຕອນທາງຢູ່ພາຍໃນປະເທດຈີນ 3 ລ້ານ 5 ແສນ 7 ໝື່ນເທື່ອຄົນ, ຕອນທາງຢູ່ລາວ 5 ແສນ 4 ໝື່ນຄົນ, ນັບລວມແລ້ວໄດ້ຂົນສົ່ງສິນຄ້າ 5 ລ້ານ 3 ໝື່ນໂຕນ,ໃນນັ້ນສິນຄ້າຂ້າມຊາດ 8 ແສນ 4 ໝື່ນໂຕນ.

ຫຼັງຈາກທາງລົດໄຟຈີນ-ລາວເປີດນຳໃຊ້ແລ້ວ,ໄດ້ນຳໃຊ້ຮູບແບບການຂົນສົ່ງດ້ວຍທາງຫຼວງ ແລະ ທາງລົດໄຟຮ່ວມກັນໂດຍໄດ້ ຂົນສົ່ງຜັກ ແລະ ດອກໄມ້ສົດຂອງແຂວງຢູນນານຈີນໄປຮອດຕົວເມືອງຕ່າງໆຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ເຊັ່ນ: ນະຄອນຫຼວງວຽງຈັນ ແລະ ບາງກອກເປັນຕົ້ນ, ແລ້ວຂົນສົ່ງໝາກໄມ້ຊະນິດຕ່າງໆຂອງໄທ,ຫວຽດນາມ ແລະ ບ່ອນອື່ນໆ ເຊັ່ນ: ໝາກທຸລຽນ ແລະ ມັງຄຸດເປັນຕົ້ນກັບມາຮອດນະຄອນຄຸນມີງ ແລ້ວແຈກຢາຍໄປສູ່ແຫ່ງຕ່າງໆໃນທົ່ວປະເທດຈີນ,ນີ້ໝາຍຄວາມວ່າການຂົນສົ່ງສິນຄ້າແຊ່ເຢັນລະຫວ່າງຊາດຂອງທາງລົດໄຟຈີນ-ລາວໄດ້ດຳເນີນໄປຢ່າງເປັນປົກກະຕິ,ໄດ້ສ້າງເຄືອຂ່າຍຈໍລະຈອນສິນຄ້າແຊ່ເຢັນລະຫວ່າງຊາດທີ່ປົກຄຸມທົ່ວອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ໃນຂັ້ນເບື້ອງຕົ້ນແລ້ວ.

ນັບແຕ່ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາ 7 ເດືອນມານີ້ ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 4 ລ້ານເທື່ອຄົນ