ສິບປີຂອງຈີນ | ປະຊາຊົນຜູ້ທຸກຍາກໃນຊົນນະບົດຂອງຈີນ 98,99 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສົມບູນ

2022-07-06 18:19:29
ມາຈາກ:

ໃນທົດສະວັດທີ່ຜ່ານມາ, ຈີນໄດ້ບັນລຸຜົນງານປະຫວັດສາດໃນການພັດທະນາກະສິກໍາ​ແລະ​ຊົນນະບົດ. ປະຊາຊົນຜູ້ທຸກຍາກໃນຊົນນະບົດຂອງຈີນ 98,99 ລ້ານຄົນລ້ວນແຕ່ຫຼຸດພົ້ນອອກຈາກຄວາມທຸກຍາກ, ​ເມືອງທຸກຍາກ 832 ເມືອງ ແລະ ບ້ານທຸກຍາກ 128.000 ບ້ານ ລ້ວນແຕ່ຫຼຸດພົ້ນອອກຈາກຄວາມທຸກຍາກ,ຄວາມທຸກຍາກໂດຍລວມຂອງພາກພື້ນແມ່ນໄດ້ຮັບການແກ້ໄຂ.

ໃນປີ 2021, ປະລິມານການຜະລິດສະບຽງອາຫານຂອງຈີນບັນລຸລະດັບສູງສຸດໃນປະຫວັດສາດ, ບັນລຸຮອດ 1365,7 ຕື້ກິໂລກຣາມ, ແລະປະລິມານການຄອບຄອງສະບຽງອາຫານຕໍ່ຫົວຄົນບັນລຸ 483 ກິໂລກຣາມ, ເຊິ່ງສູງກວ່າສາຍຄວາມປອດໄພຂອງສະບຽງອາຫານທີ່ໄດ້ຮັບການຍອມຮັບຈາກສາກົນ 400 ກິໂລກຣາມ, ຄວາມສາມາດໃນການຜະລິດເມັດພືດທັນຍາຫານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະບຽງອາຫານມີຄວາມປອດໄພ,ຄວາມ​ສາມາດການ​ຜະລິດ​ສະບຽງອາຫານເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຜົນຜະລິດໄດ້ມີຄວາມຫມັ້ນຄົງຫຼາຍກວ່າ 1,3 ພັນຕື້ກິໂລກຣາມເປັນເວລາ 7 ປີຕິດຕໍ່ກັນ.

ເນື້ອທີ່ສຳລັບການກະສິກຳທີ່ມີປະສິດທິຜົນຂອງຈີນກວມເອົາຫຼາຍກວ່າ 54%, ການກໍ່ສ້າງພື້ນທີ່ສຳລັບກະສິກຳທີ່ມີມາດຕະຖານສູງທັງໝົດ 60 ລ້ານເຮັດຕາ. ອັດຕາການປະກອບສ່ວນຂອງຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີກະສິກຳບັນລຸ 61%, ອັດຕາການຜະລິດເມັດພືດສາມາດຜະລິດເອງໄດ້ລື່ນກາຍ 95%. ອັດຕາກົນໄກການປູກຝັງແລະການເກັບກ່ຽວໄດ້ລື່ນກາຍ 72%.​ໂດຍສະເພາະແມ່ນອັດຕາການຫັນເປັນກົນຈັກຢ່າງຮອບດ້ານເຂົ້າບະເລແມ່ນເກີນ 97%.

ຮອດປີ 2021, ລາຍໄດ້ທີ່ສາມາດໃຊ້ຈ່າຍໄດ້ສະເລ່ຍຂອງຊາວຊົນນະບົດຈີນບັນລຸ 18.931 ຢວນ, ເພີ່ມຂຶ້ນຫຼາຍກວ່າໜຶ່ງເທົ່າເມື່ອທຽບໃສ່ປີ 2012, ​ລະດັບການຜະລິດ​ແລະ​ຊີວິດການເປັນຢູ່ຂອງຊາວກະສິກອນໄດ້ບັນລຸເຂົ້າສູ່ຂັ້ນໃໝ່.

ແຫຼ່ງຂໍ້ມູນມາຈາກ ເວັບໄຊສະຖານີວິທະຍຸກະຈາຍສຽງ ແລະໂທລະພາບແຫ່ງຊາດຈີນ

ສິບປີຂອງຈີນ | ປະຊາຊົນຜູ້ທຸກຍາກໃນຊົນນະບົດຂອງຈີນ 98,99 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສົມບູນ