ສິບປີຂອງຈີນ | ຈຳນວນການຄືນເງິນສ່ວຍສາອາກອນ, ການຫຼຸດສ່ວຍສາອາກອນ ແລະ ການເລື່ອນເວລາເກັບສ່ວຍສາອາກອນທີ່ເພີ່ມໃໝ່ຢູ່ທົ່ວປະເທດຈີນໃນປີ 2022 ນີ້ ມີມູນຄ່າປະມານ 2.580 ຕື້ຢວນ

2022-07-06 18:24:21
ມາຈາກ:CRI

ອີງຕາມສະຖິຕິຈາກອົງການສ່ວຍສາອາກອນແຫ່ງຊາດຈີນໃຫ້ຮູ້ວ່າ: ມາຮອດວັນທີ 25 ມິຖຸນາປີ 2022 ນີ້, ຈຳນວນການຄືນເງິນສ່ວຍສາອາກອນ, ການຫຼຸດສ່ວຍສາອາກອນ ແລະ ການເລື່ອນເວລາເກັບສ່ວຍສາອາກອນທີ່ເພີ່ມໃໝ່ຢູ່ທົ່ວປະເທດຈີນໃນປີ 2022 ນີ້ ໄດ້ບັນລຸມູນຄ່າປະມານ 2.580 ຕື້ຢວນ.

ຕາມຂ່າວແຈ້ງວ່າ: 2.580 ຕື້ຢວນດັ່ງກ່າວລວມທັງ 3 ພາກສ່ວນ ຄື: ໜຶ່ງ, ອາກອນມູນຄ່າເພີ່ມ ມີມູນຄ່າ 1.703,3 ຕື້ຢວນໄດ້ສົ່ງຄືນຮອດບັນຊີຂອງຜູ້ເສຍສ່ວຍສາອາກອນແລ້ວ; ສອງ, ໃນເດືອນມັງກອນ ຫາເດືອນພຶດສະພາປີ 2022 ນີ້, ຈຳນວນການຫຼຸດສ່ວຍສາອາກອນທີ່ເພີ່ມໃໝ່ໃນທົ່ວປະເທດຈີນໄດ້ບັນລຸມູນຄ່າເຖິງ 285,9 ຕື້ຢວນ; ສາມ, ການເລື່ອນເວລາເກັບສ່ວຍສາອາກອນມີມູນຄ່າເຖິງ 463,2 ຕື້ຢວນ.

ຖ້າເບິ່ງຕາມຂະໜາດຂອງວິສາຫະກິດແລ້ວ, ວິສາຫະກິດຂະໜາດນ້ອຍ ແລະຈຸນລະວິສາຫະກິດ ເປັນພາກສ່ວນທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ. ໃນຈຳນວນຜູ້ເສຍສ່ວຍສາອາກອນທີ່ໄດ້ຮັບການຄືນເງິນສ່ວຍສາອາກອນນັບແຕ່ເດືອນເມສາປີ 2022 ນີ້ເປັນຕົ້ນມາ, ວິສາຫະກິດຂະໜາດນ້ອຍ ແລະຈຸນລະວິສາຫະກິດ ໄດ້ກວມເອົາ 94,5% ເຊິ່ງໄດ້ຮັບການຄືນເງິນສ່ວຍສາອາກອນລວມມູນຄ່າທັງໝົດ 756,3 ຕື້ຢວນ. ຖ້າເບິ່ງຕາມຂະແໜງການແລ້ວ, 6 ຂະແໜງການ ເຊັ່ນ: ຂະແໜງອຸດສາຫະກຳການຜະລິດ ເປັນຕົ້ນ ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.

ສິບປີຂອງຈີນ | ຈຳນວນການຄືນເງິນສ່ວຍສາອາກອນ, ການຫຼຸດສ່ວຍສາອາກອນ ແລະ ການເລື່ອນເວລາເກັບສ່ວຍສາອາກອນທີ່ເພີ່ມໃໝ່ຢູ່ທົ່ວປະເທດຈີນໃນປີ 2022 ນີ້ ມີມູນຄ່າປະມານ 2.580 ຕື້ຢວນ