RCEP ໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ສະມາຊິກນັບແຕ່ເຄິ່ງປີມານີ້

2022-07-06 18:28:42
ມາຈາກ:CRI

ເມື່ອກ້າວເຂົ້າສູ່ເດືອນກໍລະກົດປີນີ້, ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ມາເປັນເວລາເຄິ່ງປີແລ້ວ.

ອີງຕາມສະຖິຕິຂອງອົງການພາສີນະຄອນຫຼວງປັກກິ່ງໃຫ້ຮູ້ວ່າ, ໃນ 6 ເດືອນຕົ້ນປີນີ້, ນະຄອນຫຼວງປັກກິ່ງມີສິນຄ້າຂາເຂົ້າຂາອອກທີ່ມີມູນຄ່າ 770 ລ້ານຢວນໄດ້ຮັບຜົນປະໂຫຍດໃນຂອບ RCEP, ມີສິນຄ້າມູນຄ່າ 687 ລ້ານຢວນຂອງວິສາຫະກິດສົ່ງອອກໄດ້ຍົກເວັ້ນຫຼືຫຼຸດພາສີມູນຄ່າ 6,87 ລ້ານຢວນຢູ່ປະເທດນຳເຂົ້າສິນຄ້າ. ໂດຍສະເພາະແມ່ນສອງປະເທດໃຫຍ່ດ້ານການຄ້າ ຄື ຈີນ ແລະ ຍີ່ປຸ່ນໄດ້ສ້າງສາຍພົວພັນສັນຍາການຄ້າເສລີເປັນຄັ້ງທຳອິດ, ໄດ້ຊຸກຍູ້ການຄ້າລະຫວ່າງສອງຝ່າຍໃຫ້ເຕີບໂຕຢ່າງວ່ອງໄວ.

ນັບແຕ່ເລີ່ມປະຕິບັດສັນຍາ RCEP ເປັນຕົ້ນມາ, ບໍ່ພຽງແຕ່ໄດ້ນຳເອົາຜົນປະໂຫຍດດ້ານພາສີມາໃຫ້ແກ່ວິສາຫະກິດການຄ້າກັບຕ່າງປະເທດອັນໄພສານເທົ່ານັ້ນ, ຫາກຍັງໄດ້ຍົກປະສິດທິພາບການຜ່ານດ່ານໃຫ້ສູງຂຶ້ນອີກດ້ວຍ.

RCEP ໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ສະມາຊິກນັບແຕ່ເຄິ່ງປີມານີ້