ເປີດປ້າຍສູນຈໍລະຈອນສິນຄ້ານຳເຂົ້າ ແລະ ສົ່ງອອກລາວ-ຈີນ ທີ່ນະຄອນຈຸ່ງກິ່ງ ປະເທດຈີນ

2022-07-06 18:30:43
ມາຈາກ:CRI

ຕອນບ່າຍວັນທີ 5 ກໍລະກົດນີ້, ພິທີເປີດປ້າຍສູນຈໍລະຈອນສິນຄ້ານຳເຂົ້າ ແລະສົ່ງອອກລາວ-ຈີນ ໄດ້ຈັດຂຶ້ນຢູ່ສູນຈໍລະຈອນສິນຄ້ານິວແລນດ໌-ຊີ ຄໍຣຣິດໍຣ ທີ່ນະຄອນຈຸ່ງກິ່ງ ປະເທດຈີນ.

ຕາມຂ່າວແຈ້ງວ່າ: ນະຄອນຈຸ່ງກິ່ງ ເປັນນະຄອນຊຸດທຳອິດຂອງຈີນ ທີ່ໄດ້ເປີດຖ້ຽວລົດໄຟສາກົນຈີນ-ລາວ, ເປີດຖ້ຽວລົດໄຟກັບຄືນປະເທດຈີນ ແລະມີຖ້ຽວລົດໄຟອອກເດີນທາງໃນທຸກໆອາທິດເປັນປົກກະຕິ.

ສູນຈໍລະຈອນສິນຄ້ານຳເຂົ້າ ແລະ ສົ່ງອອກລາວ-ຈີນ ດັ່ງກ່າວ ໄດ້ອີງໃສ່ສູນຈໍລະຈອນສິນຄ້ານິວແລນດ໌-ຊີ ຄໍຣຣິດໍຣ ທີ່ນະຄອນຈຸ່ງກິ່ງ, ສ້າງລະບົບການຈັດຊື້ ແລະຈຳໜ່ວຍແບບລວມສູນ, ດຳເນີນການຮ່ວມມືແບບຄົບຕ່ອງໂສ້, ພັດທະນາ “ການຂົນສົ່ງ, ການຄ້າ ແລະ ການຜະລິດ” ແບບຄົບວົງຈອນ, ເປີດກວ້າງການໄປມາຫາສູ່ກັນດ້ານການຄ້າລະຫວ່າງລາວ-ຈີນ ໃນດ້ານພະລັງງານ, ແຮ່ທາດ, ກະສິກຳ ແລະ ອຸດສາຫະກໍາການຜະລິດ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງຝ່າຍ, ສ້າງໂຄງປະກອບໃໝ່ແບບເປີດກວ້າງ ແລະ ຊ່ວຍຊູຍູ້ໜູນກັນ.

ເປີດປ້າຍສູນຈໍລະຈອນສິນຄ້ານຳເຂົ້າ ແລະ ສົ່ງອອກລາວ-ຈີນ ທີ່ນະຄອນຈຸ່ງກິ່ງ ປະເທດຈີນ