6 ປະເທດລົງນາມໃນສັນຍາວ່າດ້ວຍໄມຕີຈິດມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສຽງໃຕ້

2022-08-05 10:35:09
ມາຈາກ:CRI

ວັນທີ 3 ສິງຫານີ້, ໃນໄລຍະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ຢູ່ກຳປູເຈຍ, ມີ 6 ປະເທດ ຄື: ດານມາກ, ເກຣັກ, ໂຮນລັງ, ໂອມານ, ກາຕາ ແລະສະຫະລັດອາຣັບເອມີເຣດ ໄດ້ລົງນາມໃນສັນຍາວ່າດ້ວຍໄມຕີຈິດມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຫຼື TAC .

ສັນຍາວ່າດ້ວຍໄມຕີຈິດມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ແມ່ນໄດ້ເຊັນໃນກອງປະຊຸມຄັ້ງທີໜຶ່ງຂອງຫົວໜ້າລັດຖະບານປະເທດສະມາຊິກອາຊຽນທີ່ຈັດຂຶ້ນໃນປີ 1976 ໂດຍມີຈຸດປະສົງເພື່ອ “ສົ່ງເສີມສັນຕິພາບຖາວອນ, ໄມຕີຈິດມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນປະເທດຕ່າງໆໃນພາກພື້ນ ເພື່ອເພີ່ມທະວີຄວາມສາມາດ, ຄວາມສາມັກຄີ ແລະສາຍພົວພັນອັນສະໜິດແໜ້ນຂອງປະຊາຊົນຢູ່ປະເທດເຫຼົ່ານີ້”. ປັດຈຸບັນ, 10 ປະເທດສະມາຊິກອາຊຽນໄດ້ເຂົ້າຮ່ວມສັນຍາສະບັບນີ້ໝົດແລ້ວ. ນອກນີ້, ປະເທດອື່ນໆ ເຊັ່ນ ປະເທດຈີນ ກໍໄດ້ເຂົ້າຮ່ວມສັນຍາສະບັບນີ້ເຊັ່ນດຽວກັນ.

6 ປະເທດລົງນາມໃນສັນຍາວ່າດ້ວຍໄມຕີຈິດມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສຽງໃຕ້