ຈີນເປັນປະເທດທີ່ຜ່ອນຄາຍໜີ້ສິນຈຳນວນຫຼາຍທີ່ສຸດໃນກຸ່ມG20

2022-08-12 18:01:18
ມາຈາກ:CRI

ທ່ານວ່າງເວີນປ່ິນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 11 ສິງຫານີ້.ມີນັກຂ່າວໄດ້ຕັ້ງຄຳຖາມກ່ຽວກັບບັນຫາທີ່ກ່ຽວຂ້ອງກັບບາງປະເທດຕາເວັນຕົກປະໂຄມຖ້ອຍຄຳອັນທີ່ເອີ້ນວ່າກັບດັກໜີ້ສິນຂອງຈີນ.

ທ່ານວ່າງເວີນປິ່ນກ່າວວ່າ:ເງິນກູ້ຢືມທີ່ຈີນສະໜອງໃຫ້ປະເທດກຳລັງພັດທະນາໄດ້ກວມອັດຕາສ່ວນຕ່ຳກວ່າຕະຫຼາດທຶນສາກົນແລະສະຖາບັນການເງິນຫຼາຍຝ່າຍທີ່ນຳໂດຍປະເທດຕາເວັນຕົກນັ້ນຢ່າງຫຼວງຫຼາຍ,ແລະສ່ວນຫຼາຍແມ່ນເງິນກູ້ທີ່ມີລັກສະນະໃຫ້ສິດທິພິເສດ,ອັດຕາດອກເບ້ຍຕ່ຳ ເວລາກຳນົດໄລຍະຍາວ,ບໍ່ພຽງແຕ່ບໍ່ເພີ່ມພາລະດ້ານໜີ້ສິນໃຫ້ປະເທດເຫຼົ່ານີ້ເທົ່ານັ້ນ,ຍັງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການປັບປຸງພື້ນຖານໂຄງລ່າງແລະຊີວິດການເປັນຢູ່ຂອງປະຊາຊົນຢູ່ປະເທດເຫຼົ່ານີ້ອີກດ້ວຍ.

ຈີນໄດ້ເອົາໃຈໃສ່ໃນລະດັບສູງຕໍ່ບັນຫາຄວາມອ່ອນແອດ້ານໜີ້ສິນຂອງປະເທດທີ່ກຳລັງພັດທະນາ,ໂດຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດຂໍ້ລິເລີ່ມຜ່ອນຄາຍໜີ້ສິນຂອງກຸ່ມG20ຢ່າງຮອບດ້ານ,ຈີນເປັນປະເທດທີ່ຜ່ອນຄາຍໜີ້ສິນຈຳນວນຫຼາຍທີ່ສຸດໃນກຸ່ມG20.

ກັບມາເບິ່ງປະເທດຕາເວັນຕົກຈຳນວນໜຶ່ງທີ່ມີອາເມຣິກາເປັນຫົວໂປ່,ເພື່ອສະແຫວງຫາຜົນຕອບແທນສູງ,ນຳໃຊ້ເງື່ອນໄຂການລະດົມທຶນທີ່ໂຍະຍານເພື່ອຍົ້ວະປະເທດທີ່ກຳລັງພັດທະນາໃຫ້ພິມຈຳໜ່າຍພັນທະບັດທີ່ມີອັດຕາດອກເບ້ຍສູງເປັນຈຳນວນຫຼວງຫຼາຍເຊິ່ງໄດ້ຊຸກຍູ້ໃຫ້ລວມຍອດໜີ້ສິນຂອງປະເທດເຫຼົ່ານີ້ໄດ້ເພີ່ມຂຶ້ນຢ່າງວ່ອງໄວ,ພ້ອມທັງດຳເນີນການລົງໂທດພຽງແຕ່ຝ່າຍດຽວແລະກຳແພງພາສີ,ກະໜ່ຳຄວາມໝັ້ນຄົງດ້ານຕ່ອງໂສ້ການສະໜອງແລະດ້ານຕ່ອງໂສ້ອຸດສາຫະກຳຂອງໂລກ,ເຮັດໃຫ້ລາຄາສິນຄ້າທີ່ຊື້ຂາຍກັນເປັນຈຳນວນຫຼາຍເຊ່ັນພະລັງງານແລະສະບຽງອາຫານເປັນຕົ້ນແພງຂຶ້ນ,ເຮັດໃຫ້ສະພາບເສດຖະກິດການເງິນຂອງປະເທດທີ່ກຳລັງພັດທະນາທີ່ຮ້າຍແຮງຢູ່ແລ້ວນັ້ນຍິ່ງຮ້າຍແຮງຂຶ້ນຕື່ມ.

ຈີນເປັນປະເທດທີ່ຜ່ອນຄາຍໜີ້ສິນຈຳນວນຫຼາຍທີ່ສຸດໃນກຸ່ມG20