ເສັ້ນທາງລົດໄຟຂອງຈີນກາຍເປັນສັນ​ຍາ​ລັກ​ທີ່​ດີໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການຮ່ວມມືດ້ານຄວາມສາມາດໃນການຜະລິດສາກົນ

2022-08-12 18:03:10
ມາຈາກ:CRI

ໃນຊຸມປີມໍ່ໆມານີ້, ຈີນມີຫຼາຍໂຄງການຮ່ວມມືທາງລົດໄຟ ໄດ້ກ້າວໄປສູ່ຕ່າງປະເທດ ໂດຍໄດ້ກາຍເປັນລູກກະແຈຄຳທີ່ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.

ວັນທີ 11 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນຊຸມປີມໍ່ໆມານີ້, ເສັ້ນທາງລົດໄຟຂອງຈີນໄດ້ເລັ່ງບາດກ້າວໄປສູ່ຕ່າງປະເທດຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ພັດທະນາໄປສູ່ອາຊີ, ເອີຣົບ, ອາເມຣິກາເໜືອ ແລະອາຟຣິກາ, ໄດ້ກາຍເປັນສັນຍາລັກທີ່ດີໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການຮ່ວມມືດ້ານຄວາມສາມາດໃນການຜະລິດສາກົນ ທັງໄດ້ປະກອບສ່ວນກຳລັງແຮງຂອງຈີນເຂົ້າໃນພາລະກິດການພັດທະນາຂອງໂລກ.

ຕົວຢ່າງ: ໃນຂະບວນການສ້າງເສັ້ນທາງລົດໄຟຈີນ-ລາວ ໄດ້ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນລາວ 110.000 ເທື່ອຄົນ, ໄດ້ຊ່ວຍເຫຼືອປະເທດລາວສ້າງເສັ້ນທາງຫຼວງແລະຮ່ອງນ້ຳເກືອບ 2.000 ກິໂລແມັດ ແລະໄດ້ຊຸກຍູ້ໃຫ້ການຈຳໜ່າຍວັດຖຸດິບຢູ່ລາວມີມູນຄ່າຫຼາຍກວ່າ 5,1 ຕື້ຢວນ (ປະມານ 756 ລ້ານໂດລາສະຫະລັດ). ນັບແຕ່ເປີດການບໍລິການມາເປັນເວລາ 8 ເດືອນມານີ້, ຄວາມສາມາດໃນການຂົນສົ່ງສິນຄ້າຂ້າມຊາດຂອງເສັ້ນທາງລົດໄຟຈີນ-ລາວໄດ້ເພີ່ມສູງຂຶ້ນຢ່າງເດັ່ນຊັດ, ປະເພດສິນຄ້າໄດ້ເພີ່ມຂຶ້ນຫຼາຍກວ່າ 12 ເທົ່າ. ການທ່ອງທ່ຽວຕາມເສັ້ນທາງລົດໄຟ, ການຈໍລະຈອນສິນຄ້າແລະການກໍ່ສ້າງພື້ນຖານໂຄງລ່າງກໍໄດ້ຍົກສູງຄຸນນະພາບຂຶ້ນ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ເສັ້ນທາງລົດໄຟບໍ່ພຽງແຕ່ໄດ້ສົ່ງຜະລິດຕະພັນ, ເຕັກນິກແລະການບໍລິການຂອງຈີນໄປສູ່ຕ່າງປະເທດເທົ່ານັ້ນ, ຍັງໄດ້ສ້າງໂອກາດພັດທະນາຫຼາຍ ກວ່າເກົ່າໃຫ້ກັບປະເທດທີ່ກ່ຽວຂ້ອງ ແລະໄດ້ບັນທຸກໄມຕີຈິດມິດຕະພາບລະຫວ່າງຈີນກັບປະເທດທີ່ກ່ຽວຂ້ອງ. ການທີ່ເສັ້ນທາງລົດໄຟຂອງຈີນໄດ້ສ້າງຂຶ້ນແລະພັດທະນາຢ່າງສຳເລັດຜົນຢູ່ແຫ່ງຕ່າງໆຂອງໂລກໄດ້ສະແດງໃຫ້ເຫັນວ່າ: ມີແຕ່ສະພາບການພັດທະນາທີ່ຮ່ວມກັນສ້າງຜົນປະໂຫຍດທົ່ວໄປຢ່າງດຸນດ່ຽງ, ປະສານງານແບບກວມລວມ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ ຈຶ່ງແມ່ນເສັ້ນທາງທີ່ຖືກຕ້ອງໃນການຊຸກຍູ້ການພັດທະນາຂອງໂລກ. ຈີນຈະຮ່ວມກັບຝ່າຍຕ່າງໆ, ຍຶດໝັ້ນຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາດ້ວຍຄຸນນະພາບສູງຢ່າງໝັ້ນໜຽວບໍ່ປ່ຽນແປງ ເພື່ອປະກອບສ່ວນກຳລັງແຮງຂອງຕົນເຂົ້າໃນການບັນລຸການຮ່ວມກັນພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງ.

ເສັ້ນທາງລົດໄຟຂອງຈີນກາຍເປັນສັນ​ຍາ​ລັກ​ທີ່​ດີໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການຮ່ວມມືດ້ານຄວາມສາມາດໃນການຜະລິດສາກົນ