ທ່ານ ຢາງເຈສື ເຂົ້າຮ່ວມງານວາງສະແດງສາກົນເສັ້ນທາງສາຍໄໝຄັ້ງທີ 6 ພ້ອມທັງກ່າວຄຳປາໄສໃນພິທີໄຂງານ

2022-08-17 08:49:53
ມາຈາກ:CRI

ວັນທີ 14 ສິງຫານີ້, ງານວາງສະແດງສາກົນເສັ້ນທາງສາຍໄໝຄັ້ງທີ 6 ແລະ ກອງປະຊຸມເຈລະຈາການຮ່ວມມື,ການຄ້າແລະການລົງທຶນພາກຕາເວັນອອກແລະຕາເວັນຕົກຈີນໄດ້ໄຂຂຶ້ນຢູ່ນະຄອນຊີ່ອ່ານແຂວງສານຊີ່ຈີນ. ທ່ານ ຢາງເຈສື ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານກັບຕ່າງປະເທດສູນກາງຈີນໄດ້ເຂົ້າຮ່ວມພ້ອມທັງກ່າວຄຳປາໄສໃນພິທີໄຂງານ.

ທ່ານ ຢາງເຈສື ກ່າວວ່າ: ນັບແຕ່ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນເວລາເກືອບ 9 ປີມານີ້, ການພັດທະນາທີ່ມີຄຸນນະພາບສູງຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບໝາກຜົນທີ່ອຸດົມສົມບູນຢ່າງຫຼວງຫຼາຍ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະແລະເວທີການຮ່ວມມືສາກົນຂອງໂລກທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍ. ຈີນລິເລີ່ມໃຫ້ບັນດາຝ່າຍເຄົາລົບແລະຊ່ວຍເຫຼືອເຊິ່ງກັນແລະກັນ,ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ,ລົງເລິກການຮ່ວມມືຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງເດັດດ່ຽວໜຽວແໜ້ນ,ຊຸກຍູ້ເສດຖະກິດໂລກໃຫ້ຟື້ນຟູຄວາມຈະເລີນໂດຍໄວ,ພະຍາຍາມສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນ “ແຖບການພັດທະນາ”ຂອງໂລກທີ່ສາມາດສ້າງຄວາມຜາສຸກໃຫ້ແກ່ທົ່ວໂລກແລະເປັນ “ເສັ້ນທາງແຫ່ງຄວາມສຸກ” ທີ່ສາມາດນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນຂອງບັນດາປະເທດ.

ທ່ານ ຈາມຊິດ ຮອຟຈັຟ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຄ້າແລະການລົງທຶນອຸດສະເບກິດສະຖານເຊິ່ງເປັນປະເທດກິຕິມະສັກຂອງງານວາງສະແດງຄັ້ງນີ້ໄດ້ກ່າວຄຳປາໄສຜ່ານທາງວິດີໂອ.

ທ່ານ ຢາງເຈສື ເຂົ້າຮ່ວມງານວາງສະແດງສາກົນເສັ້ນທາງສາຍໄໝຄັ້ງທີ 6 ພ້ອມທັງກ່າວຄຳປາໄສໃນພິທີໄຂງານ