ການຄ້າຂາເຂົ້າຂາອອກຕໍ່ຄູ່ການຄ້າ RCEP ຂອງຈີນໃນເດືອນກໍລະກົດປີນີ້ເພີ່ມຂຶ້ນ 18,8% ເມື່ອທຽວກັບໄລຍະດຽວກັນປີກາຍນີ້

2022-08-17 08:53:38
ມາຈາກ:CRI

ຕົວເລກທີ່ອົງການພາສີຈີນປະກາດໃນຫວ່າງບໍ່ດົນມານີ້ສະແດງໃຫ້ເຫັນວ່າ, ໃນ 7 ເດືອນຕົ້ນປີນີ້, ອາຊຽນ, ສະຫະພາບເອີລົບ, ອາເມຣິກາ ແລະ ສ.ເກົາຫຼີແມ່ນຄູ່ການຄ້າໃນ 4 ອັນດັບຕົ້ນຂອງຈີນ. ໃນໄລຍະດຽວກັນ, ການຄ້າລະຫວ່າງຈີນ ກັບ ບັນດາປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ສະໜິດແໜ້ນກວ່າເກົ່າ, ການຄ້າຂາເຂົ້າຂາອອກໄດ້ເພີ່ມຂຶ້ນ 19,8% ເມື່ອທຽບໃສ່ໄລຍະດຽວກັນປີກາຍນີ້, ການຄ້າກັບ 14 ປະເທດສະມາຊິກອື່ນໆຂອງ RCEP ໄດ້ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນປີກາຍນີ້. ໃນເດືອນກໍລະກົດແລ້ວນີ້, ການຄ້າຂາເຂົ້າຂາອອກຕໍ່ຄູ່ການຄ້າ RCEP ຂອງຈີນບັນລຸເຖິງ 1.170 ຕື້ຢວນ,ເພີ່ມຂຶ້ນ 18,8% ເມື່ອທຽບໃສ່ໄລຍະດຽວກັນປີກາຍນີ້.

ຜູ້ຊ່ຽວຊານທີ່ກ່ຽວຂ້ອງກ່າວວ່າ, ຜົນປະໂຫຍດດ້ານນະໂຍບາຍຂອງ RCEP ໄດ້ຊ່ວຍຈີນເປີດກວ້າງຕະຫຼາດຕ່າງປະເທດ, ໃນຕໍ່ໜ້າ, ຈີນຈະຊອກຮູ້ຄວາມຕ້ອງການທີ່ກ່ຽວຂ້ອງຕໍ່ການນຳເຂົ້າຜະລິດຕະພັນຈີນຂອງປະເທດສະມາຊິກ RCEP ອື່ນໆ ເຊັ່ນ: ໄທ, ສິງກະໂປ ແລະ ຫວຽດນາມເປັນຕົ້ນ, ຈະພະຍາຍາມຈຳໜ່າຍຜະລິດຕະພັນຢູ່ປະເທດເຫຼົ່ານີ້.

ການຄ້າຂາເຂົ້າຂາອອກຕໍ່ຄູ່ການຄ້າ RCEP ຂອງຈີນໃນເດືອນກໍລະກົດປີນີ້ເພີ່ມຂຶ້ນ 18,8% ເມື່ອທຽວກັບໄລຍະດຽວກັນປີກາຍນີ້