ງານວາງສະແດງສາກົນເສັ້ນທາງສາຍໄໝຄັ້ງທີ 6 ໄດ້ດຶງດູດນັກທຸລະກິດຕ່າງໆທີ່ມາຈາກ 70 ກວ່າປະເທດແລະເຂດແຄວ້ນເຂົ້າຮ່ວມ

2022-08-17 08:54:56
ມາຈາກ:CRI

ຕາມຂ່າວCRI: ວັນທີ 14 ສິງຫານີ້, ງານວາງສະແດງສາກົນເສັ້ນທາງສາຍໄໝຄັ້ງທີ 6 ກໍຄືງານສົນທະນາດ້ານການຮ່ວມມືແລະການລົງທຶນການຄ້າລະຫວ່າງພາກຕາເວັນອອກແລະພາກຕາເວັນຕົກຂອງຈີນໄດ້ໄຂຂຶ້ນຢູ່ນະຄອນຊີ່ອ່ານແຂວງສານຊີ່ຂອງຈີນ, ແຂກແລະນັກທຸລະກິດຕ່າງປະເທດທີ່ມາຈາກສ.ເກົາຫຼີ, ໄທ, ສິງກະໂປແລະອື່ນໆທັງໝົດ 70 ກວ່າປະເທດແລະເຂດແຄວ້ນພ້ອມດ້ວຍນັກທຸລະກິດຕ່າງໆທີ່ມາຈາກ 20 ກວ່າແຂວງພາຍໃນປະເທດຈີນໄດ້ເຂົ້າຮ່ວມງານວາງສະແດງຜ່ານທາງອອນລາຍແລະອອຟລາຍ, ເພື່ອຮ່ວມກັນຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະນຳໃຊ້ໂອກາດໃໝ່່ດ້ານການຮ່ວມມືສາກົນຮ່ວມກັນ.

ງານວາງສະແດງສາກົນເສັ້ນທາງສາຍໄໝຄັ້ງນີ້ໄດ້ສ້າງເຂດວາງທີ່ມີສະແດງຫົວຂໍ້ສະເພາະກ່ຽວກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ຢ່າງມີການປະດິດສ້າງໃໝ່. ແລະຈະຈັດກອງປະຊຸມໂຕະມົນການຮ່ວມມືເສດຖະກິດການຄ້າRCEP-ຈີນ(ສານຊີ່) 2022, ບຸກເບີກຊ່ອງທາງການຮ່ວມມືລະຫວ່າງປະເທດສະມາຊິກຕ່າງໆຂອງRCEP. ໃນໄລຍະຈັດງານວາງສະແດງ, ບຸກຄົນຕ່າງໆທີ່ເຂົ້າຮ່ວມງານຍັງຈະດຳເນີນການສົນທະນາແລະການແລກປ່ຽນກັນຢ່າງເລິກເຊິ່ງໂດຍປີ່ນອ້ອມການຜະລິດແບບອັດສະລິຍະ,ການປົກປ້ອງສິດຊັບສິນທາງປັນຍາ, ການຮ່ວມມືດ້ານກົດໝາຍຂອງວຽກງານການຄ້າແລະຂົງເຂດອື່ນໆ.

ງານວາງສະແດງສາກົນເສັ້ນທາງສາຍໄໝຄັ້ງທີ 6 ໄດ້ດຶງດູດນັກທຸລະກິດຕ່າງໆທີ່ມາຈາກ 70 ກວ່າປະເທດແລະເຂດແຄວ້ນເຂົ້າຮ່ວມ