ກົມສະຖິຕິແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ເສດຖະກິດຈີນໃນເດືອນກໍລະກົດປີນີ້ສືບຕໍ່ມີທ່ວງທ່າຟື້ນຕົວຄືນເປັນປົກກະຕິ

2022-08-17 15:14:32
ມາຈາກ:CRI

ວັນທີ 15 ສິງຫານີ້, ກົມສະຖິຕິແຫ່ງຊາດຈີນໄດ້ປະກາດຕົວເລກຂໍ້ມູນ ສະແດງໃຫ້ເຫັນວ່າ: ໃນເດືອນກໍລະກົດທີ່ຜ່ານມາ, ການສະໜອງດ້ານການຜະລິດໄດ້ສືບຕໍ່ຟື້ນຕົວຄືນ, ການປະກອບອາຊີບແລະລາຄາສິນຄ້າ ມີຄວາມໝັ້ນທ່ຽງໂດຍລວມ, ການຄ້າກັບຕ່າງປະເທດມີທ່ວງທ່າເຕີບໂຕເປັນຢ່າງດີ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນມີຄວາມແຂງແຮງແລະປະສິດທິຜົນ, ເສດຖະກິດແຫ່ງຊາດຈີນໄດ້ສືບຕໍ່ມີທ່ວງທ່າຟື້ນຕົວຄືນເປັນປົກກະຕິ.

ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ການຜະລິດຂະແໜງການອຸດສາຫະກຳໄດ້ເຕີບໂຕຢ່າງໝັ້ນທ່ຽງ, ຂະແໜງການບໍລິການສືບຕໍ່ຟື້ນຕົວຄືນ. ໃນເດືອນກໍລະກົດຜ່ານມາ, ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳທີ່ມີລາຍຮັບ 20 ລ້ານຢວນຂຶ້ນໄປຕໍ່ປີ ໄດ້ເພີ່ມຂຶ້ນ 3,8%, ເຊິ່ງໄດ້ຫຼຸດລົງ 0,1% ເມື່ອທຽບໃສ່ເດືອນມິຖຸນາປີນີ້, ດັດສະນີວັດການຜະລິດຂອງຂະແໜງການບໍລິການທົ່ວປະເທດຈີນໄດ້ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ໃນນັ້ນ, ດັດສະນີການຜະລິດຂອງຂະແໜງການບໍລິການດ້ານການສົ່ງຂໍ້ມູນຂ່າວສານ, ຊ໋ອບແວແລະເຕັກນິກຂໍ້ມູນຂ່າວສານໄດ້ເພີ່ມຂຶ້ນ 10,3%, ດັດສະນີການຜະລິດຂອງຂະແໜງການທະນາຄານໄດ້ເພີ່ມຂຶ້ນ 4,9%.

ກົມສະຖິຕິແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ເສດຖະກິດຈີນໃນເດືອນກໍລະກົດປີນີ້ສືບຕໍ່ມີທ່ວງທ່າຟື້ນຕົວຄືນເປັນປົກກະຕິ