ວຽກງານການຈັດວາງຫໍວາງສະແດງວັດທະນະທຳ-ການທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ມີຄວາມຄືບໜ້າຢ່າງຕໍ່ເນື່ອງ

2022-11-17 17:10:09
ມາຈາກ:

ໃນປະຈູບັນ ຫໍວາງສະແດງວັດທະນະທຳ-ການທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6ໄດ້ສຳເລັດ ວຽກງານການຈັດງານວາງສະແດງ ແລະ ການອອກແບບແຜນການກໍ່ສ້າງ, ເຊີ່ງຈະມີການຈັດຕັ້ງ ວິສາຫະກິດວັດທະນະທຳແລະທ່ອງທ່ຽວ 120ກວ່າແຫ່ງ ທີ່ມາຈາກ16ກິ່ງແຂວງ(ເມືອງ)ແຂວງຢຸນນານເຂົ້າຮ່ວມງານວາງສະແດງ.

ຫໍວາງສະແດງວັດທະນະທຳ-ການທ່ອງທ່ຽວທີ່ຕັ້ງຢູ່ໃນຫ້ອງວາງສະແດງເລກທີ 11 ຂອງສູນວາງສະແດງສາກົນດ່ຽນຊີຄຸນໝິງ, ປະກອບດ້ວຍເຂດວາງສະແດງໂຄງການມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ເຂດວາງສະແດງວິສາຫະກິດທ່ອງທ່ຽວ, ເຂດວາງສະແດງຜະລິດຕະພັນວັດທະນະທຳ ແລະ ປະດິດສ້າງ, ເຂດວາງສະແດງການບໍລິໂພກການທ່ອງທ່ຽວວັດທະນະທຳ ແລະ ເຂດວາງສະແດງອື່ນໆ, ສະແດງໃຫ້ເຫັນຊັບພະຍາກອນທ່ອງທ່ຽວແລະວັດທະນະທຳທີ່ເປັນເອກະລັກສະເພາະຂອງແຂວງຢຸນນານຢ່າງຄົບຖ້ວນ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ ຈູຫາຍ

ວຽກງານການຈັດວາງຫໍວາງສະແດງວັດທະນະທຳ-ການທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ມີຄວາມຄືບໜ້າຢ່າງຕໍ່ເນື່ອງ