ເລົ່າເລື່ອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ | ນາຍແປພາສາ ມ້າອາຍຊຽນ ທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ສາມຄັ້ງ ໄດ້ເປັນສັກຂີພິຍານການໄປມາຫາສູ່ກັນຂອງມິດຕະພາບລະຫວ່າງມຽນມາ ແລະ ຈີນ

2022-11-17 17:11:48
ມາຈາກ:

ທ່ານນາງ ມ້າອາຍຊຽນ ຈາກມຽນມາ, ລາວເປັນນາຍແປພາສາທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ສາມຄັ້ງ, ນາງໄດ້ເປັນສັກຂີພິຍານການພັດທະນາແລະການປ່ຽນແປງຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້,ແລະການໄປມາຫາສູ່ກັນຂອງມິດຕະພາບລະຫວ່າງມຽນມາກັບຈີນ. ນາງເຫັນວ່າ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ເປັນເວທີທີ່ເປີດກວ້າງ ແລະ ກວ້າງຂວາງ, ເຕັມໄປດ້ວຍກາລະໂອກາດທີ່ບໍ່ຈໍາກັດ.

ນາງ ມ້າອາຍຊຽນ ເວົ້າວ່າ: ປະສົບການເຂົ້າຮ່ວມງານວາງສະແດງ 3 ເທື່ອນີ້ ໄດ້ເຮັດໃຫ້ນາງຄົ້ນພົບການປ່ຽນແປງຂອງຫໍວາງສະແດງມຽນມາໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້, ໃນຕອນເລີ່ມຕົ້ນມີພຽງແຕ່ວາງສະແດງສິນຄ້າຂອງມຽນມາທີ່ມີລາຄາແພງເຊັ່ນ: ຢົກ,ແກ້ວມໍລະກົດ, ອັນຍະມະນີ, ຈາກນັ້ນກໍ ມີເຂດສົ່ງເສີມແນະນຳວັດທະນະທຳແລະການທ່ອງທ່ຽວຂອງມຽນມາ, ເຂດວາງສະແດງຜະລິດຕະພັນກະສິກຳ, ເຂດວາງສະແດງອາຫານທີ່ມີລັກສະນະ,ແລະເຂດວາງສະແດງອື່ນໆກໍໄດ້ປາກົດໂຕ, ຜະລິດຕະພັນພິເສດຂອງມຽນມາໄດ້ນຳສະເໜີຕໍ່ໂລກໂດຍຜ່ານງານວາງສະແດງສິນຄ້າຈີນ-ອາຊີໃຕ້.

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ໄດ້ເຮັດໃຫ້ນາຍແປພາສານາງ ມ້າອາຍຊຽນ ຊ່ວຍເຫຼືອຜູ້ວາງສະແດງຢົກ ຂາຍຜະລິດຕະພັນຫຼາຍຢ່າງໄດ້ຢ່າງຄ່ອງແຄ້ວ, ເຊິ່ງໄດ້ເປີດໂອກາດ ການພົວພັນ ແລະ ການແລກປ່ຽນໃຫ້ບັນດາຜູ້ວາງສະແດງຂອງມຽນມາແລະຈີນ. ຫຼັງຈາກງານວາງສະແດງສິ້ນສຸດລົງແລ້ວ, ຜູ້ວາງສະແດງສິນຄ້າຈີນຍັງໄດ້ໄປມຽນມາເພື່ອປຶກສາຫາລືການຮ່ວມມື.

ນາງ ມ້າອາຍຊຽນ ກ່າວວ່າ, "ຂ້າພະເຈົ້າໄດ້ຍິນວ່າງານວາງສະແດງສິນຄ້າຈີນ-ອາຊີໃຕ້ປີ 2022 ໃກ້ຈະເລີ່ມຂຶ້ນແລ້ວ. ຂ້າພະເຈົ້າຫວັງວ່າມຽນມາ ແລະ ຈີນ ຈະລົງເລິກການຮ່ວມມືດ້ານເສດຖະກິດການຄ້າ ແລະ ເສີມຂະຫຍາຍມິດຕະພາບຮ່ວມກັນໂດຍຜ່ານງານວາງສະແດງສິນຄ້າຈີນ-ອາຊີໃຕ້ເຊິ່ງເປັນເວທີອັນຍິ່ງໃຫຍ່ ສໍາລັບການຮ່ວມມື ແລະ ແລກປ່ຽນ."

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ ຫຼິຢູທອງ

ເລົ່າເລື່ອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ | ນາຍແປພາສາ ມ້າອາຍຊຽນ ທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ສາມຄັ້ງ ໄດ້ເປັນສັກຂີພິຍານການໄປມາຫາສູ່ກັນຂອງມິດຕະພາບລະຫວ່າງມຽນມາ ແລະ ຈີນ