ຈີນຍິນດີບັນລຸການພັດທະນາແລະຄວາມກ້າວໜ້າຮ່ວມກັບປະເທດໃນອາຊີໃຕ້

2022-11-23 18:20:26
ມາຈາກ:CRI

ລະຫວ່າງວັນທີ 19 ຫາ 22 ພະຈິກນີ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນຢ່າງສຳເລັດຜົນດ້ວຍຮູບແບບຜ່ານທາງອອນລາຍແລະອອຟລາຍ.

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 22 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ແມ່ນເວທີສຳຄັນທີ່ຈີນກັບປະເທດໃນອາຊີໃຕ້ດຳເນີນກິດຈະກຳທາງການທູດຫຼາຍຝ່າຍ, ການຮ່ວມມືເສດຖະກິດການຄ້າແລະການແລກປ່ຽນດ້ານວັດທະນະທຳ. ທ່ານກ່າວຕື່ມວ່າ: “ຈີນກັບບັນດາປະເທດໃນອາຊີໃຕ້ເປັນບ້ານໃກ້ເຮືອນຄຽງທີ່ດີແລະຄູ່ຮ່ວມພັດທະນາເຊິ່ງກັນແລະກັນ. ປີ 2021, ມູນຄ່າການຄ້າລະຫວ່າງຈີນກັບປະເທດໃນອາຊີໃຕ້ບັນລຸເຖິງ 187,5 ຕື້ໂດລາສະຫະລັດ, ໄດ້ເພີ່ມຂຶ້ນ 50 ຕື້ກວ່າໂດລາ ເມື່ອທຽບໃສ່ປີ 2019 ທີ່ຍັງບໍ່ທັນເກີດການແພ່ລະບາດຂອງພະຍາດໂຄວິດ-19, ແລະໄດ້ເພີ່ມຂຶ້ນເກືອບ 1 ເທົ່າເມື່ອທຽບໃສ່ 10 ປີກ່ອນ. ຈີນຍິນດີຮ່ວມກັບບັນດາປະເທດໃນອາຊີໃຕ້ ສ້າງ ໜຶ່ງແລວໜຶ່ງເສັ້ນທາງ ຢ່າງມີຄຸນນະພາບສູງ, ຊຸກຍູ້ປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກແລະຂໍ້ລິເລີ່ມດ້ານຄວາມໝັ້ນຄົງຂອງທົ່ວໂລກ, ບັນລຸການພັດທະນາແລະຄວາມກ້າວໜ້າໄປພ້ອມກັນ.”

ຈີນຍິນດີບັນລຸການພັດທະນາແລະຄວາມກ້າວໜ້າຮ່ວມກັບປະເທດໃນອາຊີໃຕ້