“3851”, ວາດແຜນເສັ້ນທາງການພັດທະນາຂອງແຂວງຢຸນນານອອກມາ

2022-11-28 17:24:17
ມາຈາກ:

ໃນຊ່ວງມໍ່ໆນີ້, ແຂວງຢຸນນານສະເໜີຈັດຕັ້ງປະຕິບັດແຜນເປົ້າໝາຍການພັດທະນາຍຸດທະສາດ “3815”, ເພື່ອຮັບປະກັນສາມາດບັນລຸສັງຄົມນິຍົມແບບທັນສະໄໝຂັ້ນພື້ນຖານຄຽງຄູ່ກັບທົ່ວປະເທດ.

“3815” ແມ່ນຫຍັງແທ້?

“3815” ມັນເປັນ “ຕາຕະລາງເວລາ” ອັນໜຶ່ງ

ສາມປີກ້າວຂຶ້ນລະດັບໃໝ່

ກໍຄື ສຸມໃສ່ປີ 2023 ເຖິງ 2025, ໂດຍຜ່ານການຈັດຕັ້ງປະຕິບັດຊຸດແຜນປະຕິບັດການສາມປີ, ຊຸກຍູ້ໃຫ້ການພັດທະນາທີ່ມີຄຸນນະພາບສູງກ້າວກະໂດດຂຶ້ນສູ່ລະດັບໃໝ່.

ແປດປີຂອງການພັດທະນາໃຫຍ່

ກໍຄື ສຸມໃສ່ປີ 2023 ເຖິງ 2030, ເມື່ອເຖິງໄລຍະທ້າຍຂອງ “ແຜນການຫ້າປີຄັ້ງທີ 15”, ເຮັດໃຫ້ຄວາມແຕກໂຕນດ້ານການພັດທະນາລະຫວ່າງແຂວງຢຸນນານ ແລະ ທົ່ວປະເທດໃຫ້ຫຼຸດລົງຢ່າງຊັດເຈນ.

ສີບຫ້າປີຂອງການກ້າວກະໂດດໃຫຍ່

ກໍຄື ເລັ່ງໃສ່ປີ 2021 ເຖິງ 2035, ບົນພື້ນຖານການສ້າງເປັນສັງຄົມຢູ່ດີກິນດີຢ່າງຮອບດ້ານ, ໂດຍຜ່ານການສູ້ຊົນຢ່າງຕໍ່ເນື່ອງຂອງແຜນການຫ້າປີ 3 ຄັ້ງ, ບັນລຸສັງຄົມນິຍົມແບບທັນສະໄໝຂັ້ນພື້ນຖານຄຽງຄູ່ກັບທົ່ວປະເທດ.

“3815” ມີຄວາມໝາຍຄວາມສໍາຄັນແນວໃດ?

“3815” ຈະເຮັດໃຫ້ແຂວງຢຸນນານມີການປ່ຽນແປງຢ່າງຊັດເຈນຢ່າງໜ້ອຍໃນ 3 ດ້ານດັ່ງນີ້:

ໜຶ່ງແມ່ນຍອດລວມເສດຖະກິດຈະຂະຫຍາຍຕົວຢ່າງຕໍ່ເນື່ອງ

ປີ 2021 ຍອດລວມເສດຖະກິດຂອງແຂວງຢຸນນານຈັດເປັນອັນດັບທີ 18 ໃນທົ່ວປະເທດ. ນັບແຕ່ປີນີ້ເປັນຕົ້ນມາ, ຄວາມໄວການເຕີບໂຕຂອງຍອດຜະລິດຕະພັນໃນພາກພື້ນແຂວງຢຸນນານແມ່ນສູງກວ່າລະດັບສະເລ່ຍຂອງທົ່ວປະເທດ. ເມື່ອເບິ່ງໃນໄລຍະຍາວແລ້ວ, ເສດຖະກິດຂອງແຂວງຢຸນນານຈະສືບຕໍ່ບັນລຸການຍົກລະດັບຄຸນນະພາບຂຶ້ນຢ່າງໝັ້ນຄົງ ແລະ ການເຕີບໂຕຂອງຍອດເສດຖະກິດຢ່າງເໝາະສົມ.

ສອງແມ່ນພັດທະນາດ້ານອ່ອນ, ເສີມສ້າງຈຸດອ່ອນຢ່າງມີປະສິດທິພາບ

ນັບແຕ່ປີນີ້ເປັນຕົ້ນມາ, ແຂວງຢຸນນານລິເລີ່ມຈັດຕັ້ງປະຕິບັດຊຸດແຜນປະຕິບັດການ 3 ປີຢ່າງຕໍ່ເນື່ອງ ເຊັ່ນ: ຂະແໜງກະສິກໍາທັນສະໄໝ, ເສດຖະກິດດີຈີຕອນ, ການພັດທະນາເສດຖະກິດເອກະຊົນທີ່ມີຄຸນນະພາບສູງ ແລະອື່ນໆ.

ສາມແມ່ນຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ

ຕະຫຼອດໄລຍະ 10 ປີຜ່ານມາ, ລາຍຮັບຈັດສັນໄດ້ຂອງປະຊາຊົນໃນຕົວເມືອງ, ຕາແສງ ຊົນນະບົດຂອງແຂວງຢຸນນານສະເລ່ຍຕໍ່ຫົວຄົນແມ່ນເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ປີ 2012. ຄຽງຄູ່ກັບຄວາມສາມາດດ້ານເສດຖະກິດໂດຍລວມໄດ້ເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ອັນດັບຍອດຜະລິດຕະພັນສະເລ່ຍຕໍ່ຫົວຄົນໃນພາກພື້ນແຂວງຢຸນນານມີຄວາມເປັນໄປໄດ້ທີ່ຈະເພີ່ມຄວາມສະຖຽນ ແລະ ຍົກສູງຂຶ້ນ, ການເຕີບໂຕຂອງລາຍຮັບປະຊາຊົນຄຽງຄູ່ກັບການເຕີບໂຕຂອງເສດຖະກິດ, ຂັບເຄື່ອນການຍົກລະດັບຄວາມສີວິໄລຂອງສັງຄົມ ແລະ ການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

“3815” ເຮັດແນວໃດ?

ໃນຕໍ່ໜ້າຈະກໍາແໜ້ນ “ຫ້າສຸມໃສ່ ຫ້າພະຍາຍາມ”

ສຸມໃສ່ການເສີມສ້າງດ້ານອ່ອນ, ເສີມສ້າງຈຸດອ່ອນໃນດ້ານຕ່າງໆເຊັ່ນ: ການພັດທະນາອຸດສາຫະກໍາ, ພື້ນຖານໂຄງລ່າງ, ວຽກງານ “ກະສິກໍາ ຊົນນະບົດ ຊາວກະສິກອນ”, ການພັດທະນາຕາແສງແບບໃໝ່, ການບໍລິການສາທາລະນະພື້ນຖານ ແລະອື່ນໆ, ພະຍາຍາມຍົກລະດັບການພັດທະນາໃຫ້ສູງຂຶ້ນ.

ສຸມໃສ່ຈຸດແຂງ ແລະ ຈຸດອ່ອນ, ລົງເລິກການປະຕິຮູບຢ່າງຮອບດ້ານ, ຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ເສີມຂະຫຍາຍນະວັດຕະກໍາດ້ານວິທະຍາສາດ-ເຕັກໂນໂລຊີ, ຈັດຕັ້ງປະຕິບັດຍຸດທະສາດແຂວງເຂັ້ມແຂງດ້ານການສຶກສາ, ຍຸດທະສາດແຂວງເຂັ້ມແຂງດ້ານບຸກຄະລາກອນ, ພະຍາຍາມເພີ່ມທະວີແຮງຂັບເຄື່ອນການພັດທະນາ.

ສຸມໃສ່ການຂະຫຍາຍທ່າແຮງ, ນໍາໃຊ້ທ່າແຮງດ້ານຕ່າງໆຢ່າງເຕັມທີ່ ເຊັ່ນ: ດ້ານທີ່ຕັ້ງພູມສັນຖານ, ພະລັງງານສີຂຽວ, ຂະແໜງກະສິກໍາທີ່ມີເອກະລັກພິເສດຂອງພູພຽງ, ຊັບພະຍາກອນດ້ານ ວັດທະນະທໍາ ແລະ ການທ່ອງທ່ຽວ ແລະອື່ນໆ, ຍົກລະດັບຄວາມສາມາດການແຜ່ລັດສະໝີຢ່າງຮອບດ້ານ, ກໍ່ສ້າງໃຫ້ເປັນແຂວງເຂັ້ມແຂງດ້ານພະລັງງານສີຂຽວ, ແຂວງເຂັ້ມແຂງດ້ານກະສິກໍາສີຂຽວ, ແຂວງເຂັ້ມແຂງດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ແຂວງເຂັ້ມແຂງດ້ານອຸດສາຫະກໍາໂລຫະທີ່ບໍ່ມີເຫລັກເປັນສ່ວນປະກອບ, ແຂວງເຂັ້ມແຂງດ້ານອຸດສາຫະກໍາຊີວະພາບ, ພະຍາຍາມຂຸດຄົ້ນສັກກະຍະພາບດ້ານການພັດທະນາ.

ສຸມໃສ່ການຮັກສາຄວາມປອດໄພ, ສືບຕໍ່ຊຸກຍູ້ການສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງດ້ານການປ້ອງການຊາຍແດນ, ສຸມໃສ່ການຮັກສາຄວາມປອດໄພດ້ານເສດຖະກິດປະເທດຊາດ, ສ້າງກໍາບັງຄວາມປອດໄພດ້ານລະບົບນິເວດຕາເວັນຕົກສ່ຽງໃຕ້ໃຫ້ໝັ້ນຄົງ, ເພີ່ມທະວີ ແລະ ປະດິດສ້າງໃໝ່ດ້ານການປົກຄອງບໍລິຫານສັງຄົມ, ພະຍາຍາມຮັກສາເສັ້ນຂັ້ນຕໍ່າສຸດຂອງການພັດທະນາໄວ້ຢ່າງໜັກແໜ້ນ.

ສຸມໃສ່ການສົ່ງເສີມຄວາມສາມັກຄີ, ຊຸກຍູ້ການກໍ່ສ້າງເຂດສາທິດຄວາມສາມັກຄີກ້າວໜ້າຂອງຊົນເຜົ່າທີ່ມີຄຸນນະພາບສູງ, ເລັ່ງໃສ່ຂະບວນການພັດທະນາປະຊາທິປະໄຕຂອງປະຊາຊົນ, ເພີ່ມທະວີວຽກງານແນວໂຮມຍຸກສະໄໝໃໝ່, ຊຸກຍູ້ການກໍ່ສ້າງແຂວງຢຸນນານທີ່ປົກຄອງດ້ວຍກົດໝາຍຢ່າງຮອບດ້ານ, ພະຍາຍາມເຕົ້າໂຮມກໍາລັງການພັດທະນາເຂົ້າກັນ.

“3851”, ວາດແຜນເສັ້ນທາງການພັດທະນາຂອງແຂວງຢຸນນານອອກມາ