ສະຖານີນ້ຳມັນໄຮໂດຣເຈນແຫ່ງທຳອິດໃນແຂວງຢຸນນານສຳເລັດການໃສ່ນ້ຳມັນ

2022-11-28 17:49:28
ມາຈາກ:

ວັນທີ 24 ພະຈິກນີ້, ສະຖານີນ້ຳມັນໄຮໂດຣເຈນແຫ່ງທຳອິດຂອງແຂວງຢຸນນານໄດ້ສຳເລັດການໃສ່ນ້ຳມັນເປັນຄັ້ງທຳອິດ, ແລະ ສາມາດໃສ່ນ້ຳມັນໄຮໂດຣເຈນຂອງລົດໄດ້ຢ່າງເປັນທາງການ. ສະຖານີດັ່ງກ່າວຕັ້ງຢູ່ເມືອງ ລີ້ຈ່ຽງ, ສະຖານີດັ່ງກ່າວເປັນສະຖານີບໍລິການພະລັງງານສັງລວມແຫ່ງທຳອິດທີ່ມີການລວມເອົາການໃສ່ນ້ຳມັນ, ການໃສ່ນ້ຳມັນໄຮໂດຣເຈນ, ການສາກໄຟ, ບໍລິການລົດຍົນ, ແລະຮ້ານສະດວກຊື້, ເຊີ່ງສ້າງຂຶ້ນໃນແຂວງຢຸນນານໂດຍກຸ່ມບໍລິສັດນ້ຳມັນເຊື້ອໄຟຈີນ, ມີຄວາມສາມາດໃນການສະໜອງນ້ຳມັນໄຮໂດຣເຈນຕໍ່ມື້ເຖິງ 500 ກິໂລກຣາມ. ສາມາດສະໜອງການບໍລິການເຕີມນ້ຳມັນໄຮໂດຣເຈນສໍາລັບ ລົດເມທີ່ໃຊ້ນ້ຳມັນໄຮໂດຣເຈນ ຫຼາຍກ່ວາ 30 ຄັນ. ປັດຈຸບັນ, ກຸ່ມບໍລິສັດນ້ຳມັນເຊື້ອໄຟຈີນໄດ້ສ້າງສະຖານີນ້ຳມັນໄຮໂດຣເຈນ 83 ແຫ່ງໃນທົ່ວປະເທດ, ກວມເອົາ 50 ຕົວເມືອງ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ ດ້ວນຊຽວເລືຍ

ສະຖານີນ້ຳມັນໄຮໂດຣເຈນແຫ່ງທຳອິດໃນແຂວງຢຸນນານສຳເລັດການໃສ່ນ້ຳມັນ