ມາຮອດເດືອນຕຸລາປີນີ້, ຍອດລວມຂອງການຄ້າໄຟຟ້າຂ້າມຊາຍແດນຂອງແຂວງຢຸນນານໄດ້ເກີນ 1,5 ຕື້ໂດລາສະຫະລັດ

2022-11-28 17:51:34
ມາຈາກ:

ສູນການຄ້າໄຟຟ້ານະຄອນຄຸນໝິງໄດ້ປະດິດສ້າງເວທີ"ລາຍເຖົາຕ້ຽນ" ເພື່ອຄ້າຂາຍຈຳໜ່າຍກະແສໄຟຟ້າແບບປະຕູດຽວແຫ່ງທຳອິດຂອງປະເທດຈີນ,ໂດຍຮຽນຮູ້ຈາກ ຮູບແບບທຸລະກິດເອເລັກໂຕຣນິກ, ການຫັນປ່ຽນກະແສໄຟຟ້າໃຫ້ເປັນສິນຄ້າເອເລັກໂຕຼນິກເພື່ອຂາຍອອນລາຍ, ແລະຊ່ວຍໃຫ້ການຄ້າໄຟຟ້າຂ້າມແດນຂອງແຂວງຢຸນນານມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. . ມາຮອດເດືອນຕຸລາປີນີ້, ຈຳນວນກະແສໄຟຟ້າທີ່ຄ້າຂາຍຂ້າມແດນໃນຕະຫຼາດໄຟຟ້າຂອງແຂວງຢຸນນານມີປະມານ 22 ຕື້ກິໂລວັດໂມງ, ຍອດມູນຄ່າຫຼາຍກວ່າ 1,5 ຕື້ໂດລາສະຫະລັດ.

ອີງຕາມການແນະນຳຂອງຜູ້ຮັບຜິດຊອບສູນການຄ້າໄຟຟ້ານະຄອນຄຸນໝິງ ໄດ້ກ່າວວ່າ, ເວທີການຄ້າພະລັງງານໄຟຟ້າ "ອິນເຕີເນັດ+" ໄດ້ນຳໃຊ້ຄວາມສາມາດຂອງຊ່ອງທາງຂ້າມແດນເພື່ອດຳເນີນທຸລະກິດການຄ້າຕະຫຼາດກັບມຽນມາ, ລາວ, ຫວຽດນາມ. ປະຈຸບັນ, ມີບໍລິສັດຊື້ແລະຂາຍໄຟຟ້າເກືອບ 100 ແຫ່ງຈາກ3ປະເທດເຊັ່ນຫວຽດນາມ, ລາວ, ມຽນມາໄດ້ລົງທະບຽນ ແລະ ຊື້ຂາຍໃນເວທີດັ່ງກ່າວ.

ປະຈຸບັນ, ແຂວງຢຸນນານໄດ້ບັນລຸການເຊື່ອມຕໍ່ດ້ານພະລັງງານໄຟຟ້າ ກັບ ໜ່ວຍງານແລະກຸ່ມປະເທດ ເຊັ່ນປະເທດຫວຽດນາມ, ລາວ, ມຽນມາແລະປະເທດອື່ນໆ, ໄດ້ໃຫ້ການສະໜັບສະໜູນການເຄື່ອນໄຫວການຄ້າຕະຫຼາດໄຟຟ້າຂ້າມຊາຍແດນ, ຂະໜາດແລະການເຄື່ອນໄຫວຂອງທຸລະກິດການຄ້າໄຟຟ້າຂ້າມຊາຍແດນທັງໝົດຂອງແຂວງຢຸນນານກໍ່ເພີ່ມຂຶ້ນ. ປັດຈຸບັນ, ການນໍາເຂົ້າ ແລະ ສົ່ງອອກໄຟຟ້າຂ້າມແດນຂອງແຂວງຢຸນນານມີຫຼາຍກວ່າ 36,8 ຕື້ກິໂລວັດໂມງ, ໃນນັ້ນສົ່ງອອກ 21 ຕື້ກິໂລວັດໂມງ ແລະ ນໍາເຂົ້າ 15,8 ຕື້ກິໂລວັດໂມງ. ແຂວງຢຸນນານຍັງໄດ້ຮ່ວມມືກັບບັນດາປະເທດໃນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ໃນຂົງເຂດໄຟຟ້ານ້ຳຕົກ, ໄຟຟ້າໂຟຕອນ, ແລະສະຖານີໄຟຟ້າອາຍແກັສ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຄຸນໝິງ

ນັກຂ່າວ ອູເຈ

ມາຮອດເດືອນຕຸລາປີນີ້, ຍອດລວມຂອງການຄ້າໄຟຟ້າຂ້າມຊາຍແດນຂອງແຂວງຢຸນນານໄດ້ເກີນ 1,5 ຕື້ໂດລາສະຫະລັດ