ເສັ້ນທາງລົດໄຟລາວ-ຈີນກໍາລັງສົ່ງພະລັງຊຸກດັນອັນແຂງແຮງໃຫ້ແກ່ການພັດທະນາຂອງປະເທດລາວ

2022-11-30 18:41:06
ມາຈາກ:

ຕັ້ງແຕ່ເສັ້ນທາງລົດໄຟລາວ-ຈີນໄດ້ເປີດການນໍາໃຊ້ໄດ້ໜຶ່ງປີເປັນຕົ້ນມາ, “ຂະບວນລ້ານຊ້າງ” ທີ່ຜະລິດໃນປະເທດຈີນໄດ້ເຊື່ອມເຂົ້າໃນຊີວິດປະຈໍາວັນຂອງປະຊາຊົນລາວ ແລະ ກາຍເປັນທາງເລືອການຄົມມະນາຄົມສຳລັບການເດີນທາງທີ່ຄົນທ້ອງຖິ່ນມັກທີ່ສຸດ. ພາຍໃຕ້ແສງສະຫວ່າງຂອງສະພາບອາກາດເຂດຮ້ອນຂອງປະເທດລາວ, ຮູບລັກສະນະທີ່ຄ່ອງຕົວ ແລະ ສີສັນທີ່ປະສົມປະສານລະຫວ່າງສີແດງ ສີຟ້າ ກັບສີຂາວ ແມ່ນພົ້ນເດັ່ນຫຼາຍ.

ຕາມສະຖິຕິຂອງກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວລາວໃຫ້ຮູ້ວ່າ, ນັກທ່ອງທ່ຽວທີ່ເດີນທາງຈາກນະຄອນຫຼວງວຽງຈັນໄປສູ່ເຂດທ່ອງທ່ຽວອັນສໍາຄັນໃນພາກເໜືອກໍຄືຫຼວງພະບາງ ຍິ່ງມັກຂີ່ລົດໄຟຂະບວນລ້ານຊ້າງໄປຫຼາຍກວ່າ. ໃນ 10 ເດືອນ ຕົ້ນປີ 2022, ໃນຈໍານວນນັກທ່ອງທ່ຽວ 336.000 ຄົນນັ້ນ, ມີ 85,27% ໄດ້ເລືອກຂີ່ລົດໄຟໄປຫຼວງພະບາງ.

ບໍລິສັດລົດໄຟລາວ-ຈີນຮັບຜິດຊອບຕໍ່ການດໍາເນີນງານຂອງເສັ້ນທາງລົດໄຟລາວ-ຈີນຕອນ (ພາກສ່ວນ) ຢູ່ລາວ. ຕາມສະຖິຕິຂອງບໍລິສັດແລ້ວ, ການຂົນສົ່ງສິນຄ້າຂອງເສັ້ນທາງລົດໄຟລາວ-ຈີນໄດ້ກວມລວມເຖິງ 10 ກວ່າປະເທດທີ່ຮ່ວມສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊັ່ນ ປະເທດລາວ ແລະ ປະເທດຫວຽດນາມເປັນຕົ້ນ, ປະເພດຂອງສິນຄ້າທີ່ຂົນສົ່ງໄດ້ປ່ຽນຈາກ 100 ກວ່າປະເພດ ໃນໄລຍະຕົ້ນ ທີ່ມີ ສານເຄມີ ແລະ ເຄື່ອງສິນຄ້າປະຈໍາວັນຕ່າງໆ ມາເປັນ 1200 ກວ່າປະເພດກໍຄື ສິນຄ້າເອເລັກໂຕຣນິກ ເຄື່ອງຜະລິດພະລັງງານໄຟຟ້າແສງແດດ ໝາກໄມ້ສາຍເຢັນ ແລະອື່ນໆໃນປັດຈຸບັນ. ໃນລະຫວ່າງເດືອນມັງກອນຫາເດືອນຕຸລາຂອງປີນີ້, ມູນຄ່າການຄ້າຂາອອກຂອງດ່ານບໍ່ເຕັນປະເທດລາວທີ່ເຊື່ອມໂຍງເສັ້ນທາງລົດໄຟສອງປະເທດລາວ ແລະ ຈີນໄດ້ມີເຖິງ 1024 ລ້ານໂດລາ, ເຊິ່ງເປັນ 1,8 ເທົ່າຂອງປີ 2021. ເສັ້ນທາງລົດໄຟລາວ-ຈີນກໍາລັງສົ່ງພະລັງຊຸກດັນອັນແຂງແຮງໃຫ້ແກ່ການພັດທະນາເສດຖະກິດສັງຄົມປະເທດລາວ.



ເສັ້ນທາງລົດໄຟລາວ-ຈີນກໍາລັງສົ່ງພະລັງຊຸກດັນອັນແຂງແຮງໃຫ້ແກ່ການພັດທະນາຂອງປະເທດລາວ