ເບິ່ງການພັດທະນາຕາມທາງລົດໄຟລາວຈີນ|ຜູ້ອຳນວຍການໂຮງງານ:ເປີດສະພາບການໃໝ່ໂດຍຂີ່“ລົດໄຟ”

2022-11-30 18:54:36
ມາຈາກ:

ແມ່ນໍ້າສາຍດຽວກັນ, ເລີ່ມຈາກແມ່ນໍ້າລ້ານຊ້າງມາເຖິງແມ່ນໍ້າຂອງ, ມັນໄດ້ບໍາລຸງແຜ່ນດິນສອງແຫ່ງກໍຄືຈີນ ແລະ ລາວ; ເສັ້ນທາງສາຍດຽວກັນ, ເລີ່ມຈາກແຂວງຢຸນນານອັນມີສີສັນສະຫງ່າ ຈົນມາເຖິງເມືອງດວງຈັນ, ມັນໄດ້ບັນທຸກຄວາມໃຝ່ຝັນດຽວກັນກໍຄືການເຊື່ອມໂຍງເຊື່ອມຈອດກັນ.

ຕັ້ງແຕ່ໄດ້ນໍາໃຊ້ເສັ້ນທາງລົດໄຟລາວ-ຈີນໜຶ່ງປີເປັນຕົ້ນມາ,ມັນໄດ້ອໍານວຍກາລະໂອກາດການພັດທະນາທີ່ຫຼາຍກວ່າເກົ່າມາໃຫ້ແກ່ໂຮງງານ ແລະ ວິສາຫະກິດທີ່ຢູ່ລຽບຕາມເສັ້ນທາງ. ສິ່ງທີ່ຜູ້ອໍານວຍການໂຮງງານຂອງທັງສອງປະເທດລາວຈີນໄດ້ສໍາຜັດອັນພົ້ນເດັ່ນທີ່ສຸດ ກໍຄື: ຕົ້ນທຶນໄດ້ຫຼຸດລົງ, ປະສິທິພາບໄດ້ຍົກສູງຂຶ້ນ, ມີໝູ່ເພື່ອນເພີ່ມຫຼາຍຂຶ້ນ ແລະ ເສັ້ນທາງໄດ້ຂະຫຍາຍອອກກວ້າງຂວາງກວ່າເກົ່າ.

ເບິ່ງການພັດທະນາຕາມທາງລົດໄຟລາວຈີນ|ຜູ້ອຳນວຍການໂຮງງານ:ເປີດສະພາບການໃໝ່ໂດຍຂີ່“ລົດໄຟ”