ການເດີນທາງຂ້າມຊາຍແດນຂອງຜັກກະລໍ່າປີ

2022-12-01 17:49:57
ມາຈາກ:

ຕາແສງທ່ອງໄຫເມືອງຢູ້ຊີເປັນຕາແສງທີ່ມີການປູກຜັກທີ່ໃຫຍ່ທີ່ສຸດແລະເປັນສູນຈຳໜ່າຍທີ່ສຳຄັນທີ່ສຸດຂອງແຂວງຢຸນນານ, ພາຍຫຼັງການເປີດນຳໃຊ້ທາງລົດໄຟລາວ-ຈີນ, ຜັກເຫຼົ່ານີ້ສາມາດອອກຈາກແຂວງຢຸນນານມາຮອດນະຄອນຫຼວງວຽງຈັນປະເທດລາວພາຍໃນເວລາ 20 ຊົ່ວໂມງ, ແລ້ວຂົນສົ່ງໄປບາງກອກຜ່ານທາງບົກ, ເຊິ່ງໃຊ້ເວລາປະມານ 2 ວັນກໍ່ຮອດບາງກອກ, ບໍ່ພຽງແຕ່ໄວກວ່າເກົ່າແລະຄ່າຂົນສົ່ງຍັງຕ່ຳກວ່າ, ຄ່າຂົນສົ່ງສະເລ່ຍຕໍ່ຕູ້ຄອນເທນເນີໄດ້ຫຼຸດລົງຈາກປະມານ 30.000 ຢວນເປັນປະມານ 20.000 ຢວນ.

ນອກຈາກຜັກແລ້ວ, ການເດີນທາງຂ້າມຊາຍແດນຜ່ານເສັ້ນທາງລົດໄຟລາວ-ຈີນຍັງມີຜະລິດຕະພັນກະສິກຳທີ່ມີລັກສະນະພູພຽງຫຼາຍຢ່າງ ເຊັ່ນດອກໄມ້ຢຸນນານ, ກາເຟແລະອື່ນໆ. ມາຮອດປະຈຸບັນ, 25 ແຂວງ (ນະຄອນ,ເມືອງ)ໃນທົ່ວປະເທດຈີນໄດ້ເປີດຂະບວນເສັ້ນທາງລົດໄຟ, ສິນຄ້າໄດ້ສົ່ງອອກຜ່ານທາງລົດໄຟລາວ-ຈີນແລ້ວ 1.200 ກວ່າຊະນິດ, ກວມເອົາ 10 ກວ່າປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ມຽນມາ,ຫວຽດນາມ ແລະອື່ນໆ. ມາຮອດຕົ້ນເດືອນພະຈິກປີ 2022, ທາງລົດໄຟລາວ-ຈີນໄດ້ຂົນສົ່ງສິນຄ້າຫຼາຍກວ່າ 10 ລ້ານໂຕນ, ໃນນັ້ນມູນຄ່າສິນຄ້າຂ້າມແດນໄດ້ເກີນ 12 ຕື້ຢວນ.

ແຫຼ່ງຂໍ້ມູນມາຈາກ:ເວັບໄຊຢຸນນານ

ການເດີນທາງຂ້າມຊາຍແດນຂອງຜັກກະລໍ່າປີ