ເບິ່ງການພັດທະນາຕາມທາງລົດໄຟລາວ-ຈີນ | ຫົວໜ້າດ່ານພາສີ:ຊ່ອງທາງແຫ່ງເງິນຄຳ ແຮ່ງຈະເລີນຮຸ່ງເຮືອງຂື້ນ

2022-12-01 17:50:39
ມາຈາກ:

ນັບແຕ່ທາງລົດໄຟລາວ-ຈີນເປີດບໍລິການເປັນເວລາ 1 ປີມານີ້,ການຂົນສົ່ງແລະ ການຜ່ານດ່ານພາສີກໍມີຄວາມສະດວກສະບາຍຂຶ້ນ, ທັງການຂົນສົ່ງຜູ້ໂດຍສານແລະ ການຂົນສົ່ງສິນຄ້າທີ່ເຕີບໃຫຍ່ຂະຫຍາຍຕົວ. ການຕິດຕໍ່ພົວພັນລະຫວ່າງດ່ານພາສີຈີນ-ລາວນັບມື້ນັບສະໜິດແໜ້ນ, ທຸກຄົນໄດ້ສຸມຈິດໃຈ ແລະ ພະຍາຍາມຊຸກຍູ້ການກໍ່ສ້າງດ່ານພາສີອັດສະລິຍະ, ບັນດາພະແນກກ່ຽວຂ້ອງທີ່ດ່ານພາສີກັບປະຊາຊົນຢູ່ຕາມເສັ້ນທາງກໍຮ່ວມມືກັນເພື່ອບຳລຸງຮັກສາແລະບໍລິຫານຈັດການລົດໄຟໃຫ້ດີ,ພັດທະນາແລະກໍ່ສ້າງຕາມແລວທາງລົດໄຟລາວ-ຈີນໃຫ້ດີ.

ວັນທີ 30 ພະຈິກນີ້, ທ່ານ ໂຈ່ວປາວຮວາ ຮອງຫົວໜ້າດ່ານພາສີເມືອງຫຼ້າ ທີ່ຂຶ້ນກັບສຳນັກງານພາສີຄຸນໝິງ ກັບ ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕ່ນໄດ້ຕິດຕໍ່ກັນ, ທັງສອງທ່ານໄດ້ສົນທະນາກ່ຽວກັບຄວາມມີຊີວິດຊີວາຂອງການຂົນສົ່ງສິນຄ້າຂ້າມຊາຍແດນຈີນ-ລາວ.

ແຫຼ່ງຂໍ້ມູນມາຈາກ:ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ

ເບິ່ງການພັດທະນາຕາມທາງລົດໄຟລາວ-ຈີນ | ຫົວໜ້າດ່ານພາສີ:ຊ່ອງທາງແຫ່ງເງິນຄຳ ແຮ່ງຈະເລີນຮຸ່ງເຮືອງຂື້ນ