ຄຳປາໄສອັນສຳຄັນຂອງທ່ານສີຈີ້ນຜິງໄດ້ຮັບສຽງຕອບຮັບຢ່າງຟົດຟື້ນຈາກວົງການຕ່າງໆຂອງຮົງກົງ ແລະ ມາເກົ໊າ

2022-07-04 17:25:29
ມາຈາກ:CRI

ບຸກຄົນຈາກວົງການຕ່າງໆຂອງຮົງກົງ ແລະ ມາເກົ໊າກ່າວວ່າ,ຄຳປາໄສອັນສຳຄັນຂອງທ່ານປະທານສີຈີ້ນຜິງໃນພິທີສະຫຼອງຮົງກົງກັບຄືນປະເທດຊາດຄົບຮອບ 25 ປີ ແລະ ພິທີອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດທີ 6ຂຶ້ນຮັບຕຳແໜ່ງໄດ້ເຮັດໃຫ້ສັງຄົມຮົງກົງຮູ້ສຶກມີຄວາມອົບອຸ່ນ ແລະ ຄວາມກະຕືລືລົ້ນທີ່ສຸດ, ໄດ້ຊີ້ທິດໃຫ້ພາລະກິດ“ປະເທດດຽວສອງລະບອບ” ໃນຍຸກສະໄໝໃໝ່ເດີນໄປຂ້າງຫນ້າໃນໄລຍະຍາວຢ່າງຫມັ້ນທ່ຽງ.

ທ່ານປາວ ຈັນໂມໂປ ຫົວໜ້າພະແນກການເງິນອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ: ທ່ານປະທານສີຈີ້ນຜິງເວົ້າວ່າ, “ປະເທດດຽວສອງລະບອບ” ເປັນລະບອບທີ່ດີ, ເຮັດໃຫ້ຮົງກົງມີທ່າແຮງດ້ານການແຂ່ງຂັນທີ່ດີງາມ ແລະ ສະພາບແວດລ້ອມດຳເນີນທຸລະກິດທີ່ດີງາມ, ຊາວຮົງກົງຖະນຸຖະໜອມຢ່າງຈິງໃຈ, ປະເທດຊາດກໍ່ຖະນຸຖະໜອມຄືກັນ.

ທ່ານອີວເທັງປີວ ສະມາຊິກສະພານິຕິບັນຍັດເຂດບໍລິຫານພິເສດມາເກົ໊າກ່າວວ່າ:ຄຳປາໄສຂອງທ່ານປະທານສີຈີ້ນຜິງແມ່ນຫຼັກຖານຂັ້ນພື້ນຖານ ແລະ ຂໍ້ທິດຊີ້ນຳການກະທຳທີ່ພັດທະນາພາລະກິດ “ປະເທດດຽວສອງລະບອບ” ຂອງມາເກົ໊າ, ທັງເຮັດໃຫ້ພວກເຮົາ ມີຄວາມໝັ້ນໃຈຕໍ່ລະບອບຕົນເອງຢ່າງເດັດດ່ຽວຍິ່ງຂຶ້ນ.

ບຸກຄົນຈາກວົງການຕ່າງໆກ່າວວ່າ, ຈະຈື່ຈຳຄຳສັ່ງສອນຂອງທ່ານປະທານສີຈີ້ນຜິງເປັນຢ່າງດີ, ພະຍາຍາມກໍ່ສ້າງຮົງກົງ ເຊິ່ງແມ່ນບ້ານເມືອງຮ່ວມກັນນີ້ໃຫ້ດີ ແລະ ປະກອບສ່ວນເພື່ອເຮັດໃຫ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຄືນໃໝ່ນັ້ນປາກົດຜົນເປັນຈິງ.

ຄຳປາໄສອັນສຳຄັນຂອງທ່ານສີຈີ້ນຜິງໄດ້ຮັບສຽງຕອບຮັບຢ່າງຟົດຟື້ນຈາກວົງການຕ່າງໆຂອງຮົງກົງ ແລະ ມາເກົ໊າ