ອ່ານເຂົ້າໃຈພັກກອມມູນິດຈີນ | ທ່ານ ອາມາຈາກັນ ອະດີດນາຍົກລັດຖະມົນຕີມົງໂກນ: ຈີນໄດ້ສ້າງແບບຢ່າງຂອງການສາມັກຄີແລະການຮ່ວມມືໃນທົ່ວໂລກ

2022-07-06 18:18:13
ມາຈາກ:

ທ່ານ ອາມາຈາກັນ (Rinchinnyamyn Amarjargal) ອະດີດນາຍົກລັດຖະມົນຕີມົງໂກນກ່າວວ່າ: "ພັກກອມມູນິດຈີນເປັນຜູ້ນຳພາການພັດທະນາພາລະກິດຈີນ."
"ຂ້າພະເຈົ້າໄດ້ໄປຢ້ຽມຢາມຈີນຄັ້ງຫຼ້າສຸດແມ່ນ 4 ປີກ່ອນຫນ້ານີ້." ທ່ານ ອາມາຈາກັນ ເຫັນວ່າ, ຈາກທີ່ເຄີຍທຸກຍາກແລະອ່ອນແອ ຕອນນີ້ໄດ້ກາຍເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງໂລກ,
"ນີ້ແມ່ນສິ່ງທີ່ພັກກອມມູນິດຈີນນໍາພາປະຊາຊົນຈີນບືນຕົວສູ້ຊົນຈົນໄດ້ຮັບຜົນໂດຍຜ່ານຄວາມດຸໝັ່ນແລະສະຕິປັນຍາ."

ທ່ານ ອາມາຈາກັນ ກ່າວວ່າ, ຈີນໄດ້ຮັບໄຊຊະນະ ໃນການອອກແຮງແກ້ໄຂບັນຫາທີ່ຍາກທີ່ສຸດໃນການລົບລ້າງຄວາມທຸກຍາກແລະຊຸກຍູ້ການສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນຢ່າງແທ້ຈິງ, ເຊິ່ງສະແດງໃຫ້ເຫັນວ່າພັກກອມມູນິດຈີນເປັນຕົວແທນໃຫ້ແກ່ຜົນປະໂຫຍດພື້ນຖານຂອງປະຊາຊົນຢ່າງກວ້າງຂວາງ.ພັກກອມມູນິດຈີນຍຶດໝັ້ນໂດຍຖືເອົາສະພາບຕົວຈິງຂອງຈີນ​ແລະ ຕິດແທດກັບປະຊາຊົນ,​ແລະ ໄດ້ກ້າວໄປສູ່ເສັ້ນທາງພັດທະນາທີ່ເໝາະສົມກັບລັກສະນະຂອງຕົນເອງ, ເພື່ອໃຫ້ໝາກຜົນແຫ່ງການພັດທະນາໄດ້ສົ່ງຜົນປະໂຫຍດຕໍ່ປະຊາຊົນທຸກຄົນຢ່າງສະເໝີພາບ.

ທ່ານ ອາມາຈາກັນ ກ່າວວ່າ, “ດັ່ງທີ່ພວກເຮົາຮູ້ແລ້ວວ່າ,ບັນຫາການພັດທະນາທີ່ທົ່ວໂລກພວມປະເຊີນໜ້າເຊັ່ນ ຄວາມເທົ່າທຽມດ້ານລາຍຮັບ, ຄວາມແຕກຕ່າງລະຫວ່າງຄົນຮັ່ງມີແລະຄົນທຸກຍາກ,​ແລະ ອື່ນໆ. ການຊອກຫາວິທີແກ້ໄຂບັນຫາເຫຼົ່ານີ້ຕ້ອງສົມທົບກັບພັກການເມືອງ, ລັດຖະບານ ແລະ ບັນດາກຳລັງປະຊາຊົນຂອງບັນດາປະເທດ. "ຈີນໄດ້ສະເຫນີແນວຄວາມຄິດຂອງການຈະເລີນຮຸ່ງເຮືອງຮ່ວມກັນ ແລະ​ຜ່ານຄວາມພະຍາຍາມໃນທົດສະວັດທີ່ຜ່ານມາ, ບໍ່ພຽງແຕ່ໄດ້ສົ່ງເສີມການພັດທະນາເສດຖະກິດ​ແລະສັງຄົມຂອງຈີນຢ່າງວ່ອງໄວ, ແຕ່ຍັງໄດ້ສະຫນອງແນວຄວາມຄິດທີ່ມີຄຸນຄ່າສໍາລັບບັນດາປະເທດກຳລັງພັດທະນາອື່ນໆເພື່ອບັນລຸການພັດທະນາແບບຍືນຍົງ.

ໃນຊຸມປີມໍ່ໆມານີ້, ການຮ່ວມກັນສ້າງຂອງຂໍ້ລິເລີ່ມ"ໜຶ່ງແລວ ໜຶ່ງເສັ້ນທາງ"ໄດ້ຮັບໝາກຜົນຢ່າງຕັ້ງໜ້າຢູ່ມົງໂກລີ. ດ້ວຍການສະໜັບສະໜູນຢ່າງຕັ້ງໜ້າຂອງຈີນ,ມົງໂກນໄດ້ກໍ່ສ້າງທາງແຍກຕ່າງລະດັບ (interchange) ແຫ່ງທຳອິດ, ທາງດ່ວນແຫ່ງທຳອິດ, ​ ສູນພັດທະນາສຳລັບເດັກນ້ອຍພິການທີ່ທັນສະໄໝແຫ່ງທຳອິດ...ທ່ານ ອາມາຈາກັນ ກ່າວດ້ວຍຄວາມຊົມເຊີຍວ່າ“ຂໍ້ລິເລີ່ມອັນລ້ຳຄ່ານີ້ໄດ້ຊ່ວຍຍົກລະດັບການເຕີບໂຕດ້ານເສດຖະກິດແລະຫຼຸດຜ່ອນຄວາມທຸກຍາກຂອງປະເທດທີ່ຮ່ວມມືກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງ, ​ໄດ້ສ້າງແບບຢ່າງຂອງການສາມັກຄີແລະການຮ່ວມມືໃນທົ່ວໂລກ.”
ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນແຂວງຢຸນນານ
ນັກຂ່າວ ຫຼີຊຽວ

ອ່ານເຂົ້າໃຈພັກກອມມູນິດຈີນ | ທ່ານ ອາມາຈາກັນ ອະດີດນາຍົກລັດຖະມົນຕີມົງໂກນ: ຈີນໄດ້ສ້າງແບບຢ່າງຂອງການສາມັກຄີແລະການຮ່ວມມືໃນທົ່ວໂລກ