“ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ນຳເອົາຄວາມຜາສຸກມາໃຫ້ແກ່ປະຊາຊົນລຽບຕາມແລວທາງ, ຈະກາຍເປັນ “ກັບດັກໜີ້ສິນ” ໄດ້ແນວໃດ?
ຫວ່າງມໍ່ໆມານີ້, ສະໜາມປ່ຽນຖ່າຍຢູ່ສະຖານີລົດໄຟວຽງຈັນໃຕ້ທາງລົດໄຟລາວ-ຈີນໄດ້ສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການແລ້ວ, ຕູ້ຄອນເທນເນີບັນທຸກສິນຄ້າຂ້າມຊາຍແດນງວດທຳອິດ ຈະປ່ຽນຖ່າຍຈາກລາງລົດໄຟມາດຕະຖານເປັນລາງລົດໄຟກວ້າງ 1 ແມັດ ແລ້ວເດີນທາງໄປຫາທ່າເຮືອແຫຼມສະບັງຂອງປະເທດໄທ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ທາງລົດໄຟລາວ-ຈີນໄດ້ກາຍເປັນຊ່ອງທາງຂົນສົ່ງສິນຄ້າຂ້າມຊາຍແດນ ໂດຍຜ່ານທາງບົກ ແລະ ທາງທະເລທີ່ສະດວກສະບາຍກວ່າເກົ່າ ເຊິ່ງເປັນການສ້າງຄວາມເຊື່ອມໂຍງເຂົ້າກັນຂອງພາກພື້ນ. ປະເທດລາວໄດ້ຈາກ "ປະເທດທີ່ບໍ່ມີທາງອອກສູ່ທະເລ" ກາຍມາເປັນ “ປະເທດເຊື່ອມໂຍງເຊື່ອມຈອດຂອງພາກພື້ນ" ແລະ ພົບໂອກາດການພັດທະນາທີ່ບໍ່ເຄີຍມີມາກ່ອນ.
ນັບແຕ່ການເປີດນຳໃຊ້ເມື່ອທ້າຍປີຜ່ານມາ ຫາວັນທີ 30 ມິຖຸນາປີນີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 4 ລ້ານກວ່າເທື່ອຄົນ ແລະ ສິນຄ້າເກືອບ 5 ລ້ານໂຕນ. ໃນນັ້ນ, ໄດ້ຂົນສົ່ງສິນຄ້າຂ້າມຊາຍແດນ 8 ແສນກວ່າໂຕນ. ຈີນມີ 20 ກວ່າແຂວງ ແລະ ກຳແພງນະຄອນໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນທີ່ແລ່ນຕາມທາງລົດໄຟລາວ-ຈີນ, ໄດ້ຂົນສົ່ງສິນຄ້າ 100 ກວ່າຊະນິດ ເຊັ່ນ: ໝາກໄມ້, ອຸປະກອນຜະລິດໄຟຟ້າດ້ວຍແສງຕາເວັນ, ຜະລິດຕະພັນເອເລັກໂຕຣນິກ ແລະອື່ນໆ ໄປເຖິງ 10 ກວ່າປະເທດ. ທາງລົດໄຟລາວ-ຈີນໄດ້ກາຍເປັນພາບທີ່ມີຊີວິດຊີວາທີ່ສຸດຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ແລະ ເປັນສັກຂີພິຍານໃຫ້ການຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ ລະຫວ່າງຈີນ ແລະ ບັນດາປະເທດສະມາຊິກອາຊຽນ.
ຫວ່າງກ່ອນນີ້ບໍ່ດົນ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 7 ໄດ້ຈັດຂຶ້ນຢ່າງສຳເລັດຜົນຢູ່ມຽນມາ ໂດຍໄດ້ປະກາດວ່າ ຈະປະຕິບັດ 6 ມາດຕະການທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊັ່ນ: “ແຜນການດຳເນີນງານກ່ຽວກັບການຮ່ວມມືກະສິກຳແມ່ນ້ຳລ້ານຊ້າງແມ່ນ້ຳຂອງ”, “ແຜນການຮ່ວມມືດ້ານສາທາລະນະສຸກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ເປັນຕົ້ນ. ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ຈະນຳເອົາຄວາມຜາສຸກມາໃຫ້ແກ່ປະຊາຊົນໃນພາກພື້ນນີ້ຫຼາຍກວ່າເກົ່າ ແລະ ເປັນກຳລັງຊຸກດັນທີ່ແຂງແຮງກວ່າເກົ່າເພື່ອສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ແຕ່ວ່າ, ມີປະເທດຕາເວັນຕົກຈຳນວນໜຶ່ງໄດ້ເບິ່ງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍສາຍຕາອະຄະຕິມາໂດຍຕະຫຼອດ, ເຂົາເຈົ້າໄດ້ກ່າວໂຈມຕີ ແລະ ໃສ່ຮ້າຍປ້າຍສີ “ໜຶ່ງແລວໜຶ່ງເສັ້ນທາງ” ເລື້ອຍໆ. ໃນກອງປະຊຸມກຸ່ມ 7 ປະເທດ ຫຼື G7 ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້ໄດ້ກ່າວວ່າ: ຈະລະດົມທຶນ 600 ຕື້ໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດພວມພັດທະນາເປັນຕົ້ນຕໍ ແລະ ຕ້ານທານກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ. ເພື່ອໂຄສະນາເຜີຍແຜ່ຂໍ້ລິເລີ່ມໃໝ່ດັ່ງກ່າວ ແລະ ກ່າວໂຈມຕີ “ໜຶ່ງແລວໜຶ່ງເສັ້ນທາງ”, ອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆ ໄດ້ປຸກກະແສ “ໜຶ່ງແລວໜຶ່ງເສັ້ນທາງເປັນກັບດັກໜີ້ສິນ” ອີກແລ້ວ ເຊິ່ງເປັນຖ້ອຍຄຳທີ່ເບື່ອຫູ. ໜຶ່ງປີກ່ອນ, ກໍຢູ່ໃນກອງປະຊຸມສຸດຍອດ G7 ຄືກັນ, ອາເມຣິກາໄດ້ສະເໜີຂໍ້ລິເລີ່ມ “ສ້າງໂລກທີ່ດີງາມກວ່າເກົ່າຄືນໃໝ່” ໂດຍໃຫ້ຄຳໝັ້ນສັນຍາວ່າ, ຈະຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງທົ່ວໂລກທີ່ຕ່າງກັນກັບ “ໜຶ່ງແລວໜຶ່ງເສັ້ນທາງ”.
ພວກເຮົາໄດ້ເຫັນແລ້ວວ່າ: ນັບແຕ່ສະເໜີຂໍ້ລິເລີ່ມ “ໜຶ່ງແນວໜຶ່ງເສັ້ນທາງ” 9 ປີມານີ້, ພວກເຮົາໄດ້ຍຶດໝັ້ນຫຼັກການທີ່ ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນຂອງປະເທດທີ່ກ່ຽວຂ້ອງ. ອີງຕາມທະນາຄານໂລກໄດ້ຄາດຄະເນວ່າ: ຖ້າໂຄງການກໍ່ສ້າງພື້ນຖານໂຄງລ່າງໃນດ້ານຄົມມະນາຄົມພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບການຈັດຕັ້ງປະຕິບັດທັງໝົດ, ເມື່ອເຖິງປີ 2030, ແຕ່ລະປີຈະສາມາດສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກໄດ້ 1.600 ຕື້ໂດລາສະຫະລັດ. ໃນນັ້ນ, ມີ 90% ແມ່ນປະເທດທີ່ມີສ່ວນຮ່ວມໄດ້ຊົມໃຊ້ຮ່ວມກັນ, ຂະນະທີ່ປະເທດທີ່ມີລາຍໄດ້ຕ່ຳ ແລະ ລາຍໄດ້ປານກາງຫາຕໍ່າຈະໄດ້ຮັບຜົນປະໂຫຍດແຮ່ງຫຼາຍກວ່າ. ນັບແຕ່ປີ 2015 ຫາປີ 2030, ປະຊາຊົນ 7,6 ລ້ານຄົນຈະໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທີ່ສຸດ ແລະ ປະຊາຊົນ 32 ລ້ານຄົນຈະຫຼຸດພົ້ນອອກຈາກຄວາມທຸກຍາກໃນລະດັບປານກາງ.
“ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ນຳເອົາຄວາມຜາສຸກມາໃຫ້ແກ່ປະຊາຊົນປະເທດຕ່າງໆ ຈະເປັນ “ກັບດັກໜີ້ສິນ” ໄດ້ແນວໃດ. ກົງກັນຂ້າມ, ອາເມຣິກາໄດ້ປະຕິບັດນະໂຍບາຍເງິນຕາໃນລັກສະນະຂະຫຍາຍອິດທິພົນ, ການປະດິດສ້າງດ້ານການທະນາຄານທີ່ຂາດການຕິດຕາມຄຸ້ມຄອງ ແລະ ໄດ້ຕັ້ງໃຈໂຈມຕີຕະຫຼາດການທະນາຄານດ້ວຍເຈຕະນາຮ້າຍເພື່ອສະແຫວງຫາຜົນປະໂຫຍດເປັນຕົ້ນ, ໄດ້ເຮັດໃຫ້ໜີ້ສິນຂອງປະເທດພວມພັດທະນາເພີ່ມຂຶ້ນຢ່າງໜັກໜ່ວງ, ອາເມຣິກາຈິ່ງແມ່ນປະເທດທີ່ສ້າງ “ກັບດັກໜີ້ສິນ” ແທ້ໆ. ໃນຖານະເປັນປະເທດທີ່ສ້າງ “ກັບດັກໜີ້ສິນ” ທີ່ແທ້ຈິງ, ອາເມຣິກາຈະມີສິດແນວໃດທີ່ມາຊີ້ນີ້ຊີ້ນັ້ນຕໍ່ປະເທດອື່ນ?