ຄວາມເຂົ້າໃຈກ່ຽວກັບພັກກອມມູນິດຈີນ | ອະດີດນາຍົກລັດຖະມົນຕີແບນຊິກ ຢີບ ລາຍເທມຸ (Yves Leterme): ຈີນມີບົດບາດສຳຄັນໃນການຮ່ວມມືທົ່ວໂລກ
ປະຈຸບັນ,ຂອບເຂດການຮ່ວມມືສາກົນຕ້ອງໄດ້ຮັບການປັບປຸງຕື່ມອີກ, ທຸກຝ່າຍຄວນຮ່ວມກັນຊອກຫາວິທີສ້າງລະບົບການປົກຄອງທົ່ວໂລກທີ່ຖືກຕ້ອງ ແລະ ຍຸຕິທຳກວ່າ, ມີຄວາມສະເໝີພາບ, ຮອບດ້ານແລະມີປະສິດທິຜົນກວ່າ. ສປ ຈີນ ວາງອອກແນວຄວາມຄິດການສ້າງປະຊາຄົມຮ່ວມຊະຕາກຳມະນຸດ, ເຊິ່ງຈະຊ່ວຍຊຸກຍູ້ການສ້າງລະບົບການປົກຄອງໂລກໃໝ່ນີ້. ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ, ຈີນໄດ້ນຳໜ້າໃນການຟື້ນຟູເສດຖະກິດຢ່າງແທ້ຈິງ, ໂດຍອາໄສຂະໜາດເສດຖະກິດຂອງຕົນເອງ ແລະ ຖານະທີ່ສຳຄັນໃນຕ່ອງໂສ້ອຸດສາຫະກຳໂລກ, ໄດ້ມີບົດບາດສຳຄັນໃນການຊຸກຍູ້ການຟື້ນຕົວຂອງເສດຖະກິດໂລກ. ເຫດຜົນທີ່ເສດຖະກິດຈີນສາມາດຟື້ນຟູໄດ້ຢ່າງວ່ອງໄວນັ້ນແມ່ນລັດຖະບານຈີນໄດ້ໃຊ້ມາດຕະການຢ່າງພຽງພໍ ແລະ ມີປະສິດທິຜົນເພື່ອຮັບມືກັບການປ້ອງກັນ ແລະ ຄວບຄຸມພະຍາດລະບາດ. ຈີນຍັງໄດ້ແບ່ງປັນຂໍ້ມູນ ແລະ ປະສົບການຢ່າງຈິງໃຈກ່ຽວກັບການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດກັບປະເທດອື່ນໆ, ແລະ ໄດ້ສະໜອງຢາວັກຊີນໂຄວິດ-19ໃຫ້ປະຊາຄົມໂລກຢ່າງຕັ້ງໜ້າເພື່ອຊ່ວຍໃຫ້ໂລກຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວຮ່ວມກັນ.
ໃນຫຼາຍທົດສະວັດທີ່ຜ່ານມາ, ການພັດທະນາເສດຖະກິດ ແລະ ສັງຄົມຂອງຈີນໄດ້ຮັບຜົນສໍາເລັດທີ່ຫນ້າປະທັບໃຈ. ການເປີດກວ້າງຕໍ່ພາຍນອກຢ່າງຕໍ່ເນື່ອງແມ່ນປະສົບການອັນສຳຄັນຂອງຄວາມສຳເລັດຂອງຈີນ. ບັນດາມາດຕະການປະຕິຮູບທີ່ລັດຖະບານຈີນນຳມາໃນປະຈຸບັນສະແດງໃຫ້ເຫັນວ່າ, ຈີນຈະສືບຕໍ່ຍຶດໝັ້ນເສັ້ນທາງການເປີດກວ້າງ ແລະ ການພັດທະນາ.
ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນປະຊາຊົນ