ຄວາມເຂົ້າໃຈກ່ຽວກັບພັກກອມມູນິດຈີນ | ທ່ານ ມາລີຢາໂນ ຊາປີໂນ ໂລເຜສ(Mariano Sabino Lopez) ປະທານພັກປະຊາທິປະໄຕຕີມໍ- ເລສເຕ: ປະສົບການການປົກຄອງຂອງພັກກອມມູນິດຈີນສາມາດມີຄວາມໝາຍຕໍ່ການຖອດຖອນບົດຮຽນ

2022-09-09 18:23:42
ມາຈາກ:

ປະສົບການດ້ານການປົກຄອງຂອງພັກກອມມູນິດຈີນເປັນສິ່ງທີ່ພັກການເມືອງຂອງທຸກປະເທດຄວນຈະຮຽນຮູ້ແລະ ຖອດຖອນເອົາບົດຮຽນ. “ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງ”ໄດ້ສະແດງເຖິງການປົກຄອງປະເທດ ແລະ ບໍລິຫານການເມືອງແລະຍຸດທະສາດການປົກຄອງຂອງພັກກອມມູນິດຈີນໃນຍຸກໃໝ່, ແມ່ນມີຄວາມໝາຍອັນໃຫຍ່ຫຼວງຕໍ່ປະຊາຄົມໂລກເພື່ອເຂົ້າໃຈ ແລະ ຮຽນຮູ້ປະເທດຈີນເຊັ່ນປັດໄຈການພັດທະນາ, ເສັ້ນທາງພັດທະນາແລະນະໂຍບາຍຕ່າງໆ. ຂ້າພະເຈົ້າມີຄວາມປະທັບໃຈເປັນພິເສດຕໍ່ປຶ້ມຫົວນີ້ທີ່ບັນລະຍາຍກ່ຽວກັບແນວຄິດການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ.

ປັດຈຸບັນນີ້ໂລກມີການປ່ຽນແປງຢ່າງເລິກເຊິ່ງ, ​ແຕ່ການສະແຫວງຫາການພັດທະນາສັນຕິພາບ​ແລະ ການຮ່ວມມືທີ່ມີຜົນດີຮ່ວມກັນແມ່ນກະແສນິຍົມສຳຄັນຂອງປະຊາຄົມໂລກ. ຈີນຕັ້ງໜ້າຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ,​ແມ່ນສອດຄ່ອງກັບທ່າອ່ຽງການພັດທະນາຂອງເສດຖະກິດໂລກາພິວັດແລະຄວາມກ້າວໜ້າຂອງອາລະຍະທຳມະນຸດ, ​ແລະທຸກຝ່າຍລ້ວນໄດ້ຮັບຜົນປະໂຫຍດຢ່າງແນ່ນອນ. ​ການຮ່ວມມືກໍ່ສ້າງ"ໜຶ່ງແລວໜຶ່ງເສັ້ນທາງ"ເປັນເວທີພາກປະຕິບັດທີ່ສຳຄັນໃນການກໍ່ສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ, ເຊິ່ງດຳເນີນໄປຢ່າງເປີດກວ້າງ ແລະ ຮ່ວມມື, ທຸກຝ່າຍແບ່ງປັນກາລະໂອກາດການພັດທະນາ​ແລະ ໝາກຜົນຂອງການພັດທະນາ, ​ເຊິ່ງຈະຊ່ວຍຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ຂອງປະເທດ.

ຂ້າພະເຈົ້າໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມການເຈລະຈາລະດັບສູງລະຫວ່າງພັກກອມມູນິດຈີນກັບບັນດາພັກການເມືອງຂອງໂລກ. ພັກກອມມູນິດຈີນກ່າວວ່າ, ພັກການເມືອງຂອງປະເທດຕ່າງໆຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເພີ່ມທະວີການພົວພັນ,ຮ່ວມມືຢ່າງແໜ້ນແຟ້ນ,ຄົ້ນຄວ້າສ້າງສາຍພົວພັນພັກການເມືອງແບບໃໝ່ບົນພື້ນຖານຂອງສາຍພົວພັນສາກົນແບບໃໝ່,ເຊັ່ນ:ຊອກຫາສິ່ງທີ່ເປັນເອກະພາບກັນ, ເຄົາລົບເຊິ່ງກັນແລະກັນ.ຮຽນຮູ້ແລະ ຖອດຖອນເອົາບົດຮຽນເຊິ່ງກັນແລະກັນ, ສ້າງເຄືອຂ່າຍການການຮ່ວມມືແລະແລກປ່ຽນຂອງບັນດາພັກການເມືອງສາກົນທີ່ມີຫຼາຍຂັ້ນ ແລະຫຼາຍຮູບແບບ. ພັກກອມມູນິດຈີນໃຫ້ຄຳໝັ້ນສັນຍາທີ່ຈະເພີ່ມທະວີການແລກປ່ຽນແລະການຮ່ວມມືກັບພັກການເມືອງຂອງປະເທດຕ່າງໆ,​ເພື່ອແນໃສ່ຮັກສາສະຖຽນລະພາບຂອງໂລກແລະບັນລຸການພັດທະນາຮ່ວມກັນ.

ຕີມໍ-ເລສເຕ ແລະຈີນມີມິດຕະພາບອັນເລິກເຊິ່ງ, ການພົວພັນລະຫວ່າງສອງປະເທດໄດ້ສະແດງໃຫ້ເຫັນຈັງຫວະການພັດທະນາທີ່ມີຄວາມເຂັ້ມແຂງແລະໝັ້ນຄົງ. ພັກປະຊາທິປະໄຕ ຕີມໍ-ເລສເຕ ຍິນດີເພີ່ມທະວີການສົນທະນາແລະແລກປ່ຽນກັບພັກກອມມູນິດຈີນ, ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າກວ່າເກົ່າໃນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານທີ່ສອງຝ່າຍເປັນບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນໃຫ້ກ້າວຂຶ້ນສູ່ລະດັບໃໝ່.

ແຫຼ່ງຂໍ້ມູນມາຈາກ: ໜັງສຶພິມລາຍວັນປະຊາຊົນ

ຄວາມເຂົ້າໃຈກ່ຽວກັບພັກກອມມູນິດຈີນ | ທ່ານ ມາລີຢາໂນ ຊາປີໂນ ໂລເຜສ(Mariano Sabino Lopez) ປະທານພັກປະຊາທິປະໄຕຕີມໍ- ເລສເຕ: ປະສົບການການປົກຄອງຂອງພັກກອມມູນິດຈີນສາມາດມີຄວາມໝາຍຕໍ່ການຖອດຖອນບົດຮຽນ