ຄວາມເຂົ້າໃຈກ່ຽວກັບພັກກອມມູນິດຈີນ |ການເປີດປະຕູສຸ່ພາຍນອກຂອງຈີນຈະນຳມາເຊິ່ງກາລະໂອກາດຫຼາຍກວ່າເກົ່າ
ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19ກໍ່ຕາມ, ແຕ່ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງປະເທດເຢຍລະມັນກັບປະເທດຈີນຍັງຮັກສາຄວາມີຊີວິດຊີວາຢ່າງແຂງແຮງ. ຕາມຂໍ້ມູນຂອງຫ້ອງການສະຖິຕິລັດຖະບານກາງເຢຍລະມັນສະແດງວ່າ, ຮອດທ້າຍປີ 2021, ຈີນໄດ້ກາຍເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງເຢຍລະມັນເປັນເວລາ 6 ປີລຽນຕິດ. ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງເຢຍລະມັນແລະຈີນໄດ້ເພີ່ມກຳລັງຊຸກຍູ້ການພັດທະນາຂອງສອງປະເທດ.
ນັບແຕ່ຈີນໄດ້ປະຕິຮູບແລະເປີດປະຕູສຸ່ພາຍນອກ, ບໍລິສັດຂອງເຢຍລະມັນໄດ້ທະຍອຍເລີ່ມເປີດການລົງທຶນຢູ່ຈີນ, ແລກປ່ຽນກາລະໂອກາດທີ່ນຳມາໃຫ້ຈີນພັດທະນາຢ່າງວ່ອງໄວ, ພ້ອມດຽວກັນນັ້ນ, ກໍ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແລະຄວາມກ້າວໜ້າດ້ານເຕັກໂນໂລຊີຂອງຈີນ.ໃນຊຸມປີມໍ່ໆມານີ້, ບໍລິສັດຈີນໄດ້ເພີ່ມທະວີການລົງທຶນຢູ່ເອີລົບ, ແລະ ຫຼາຍບໍລິສັດຂອງຈີນເຫັນວ່າ ມິວນິກ (Munich) ເປັນສະຖານທີ່ທີ່ມີຄວາມສາມາດການດຶງດູດການລົງທຶນ. ນະຄອນມິວນິກກັບປະເທດຈີນມີພື້ນຖານການຮ່ວມມືທີ່ດີ, ແລະ ມີອານາຄົດໃນການຮ່ວມມືຢ່າງກວ້າງຂວາງໃນຫຼາຍຂົງເຂດເຊັ່ນ: ເຕັກໂນໂລຊີປົກປັກຮັກສາສິ່ງແວດລ້ອມປະດິດສ້າງໃໝ່, ວິທະຍາສາດຊີວິດ, ວິສະວະກຳກົນຈັກແລະ ປັນຍາປະດິດ, ລົດຍົນ, ສຸຂະພາບການແພດແລະອື່ນໆ.
ບໍລິສັດເຢຍລະມັນຫຼາຍແຫ່ງຊົມເຊີຍນະໂຍບາຍແລະມາດຕະການຂອງຈີນໃນດ້ານການເປີດກວ້າງຕື່ມອີກກ້າວໜຶ່ງແລະ ການປັບປຸງສະພາບແວດລ້ອມສຳລັບການລົງທຶນຂອງບໍລິສັດຕ່າງປະເທດໃຫ້ດີຂື້ນ, ແລະເຊື່ອວ່າຕະຫຼາດຈີນໄດ້ນຳເອົາໂອກາດຫຼາຍກວ່າເກົ່າໃຫ້ເຂົາເຈົ້າ. ທຸກຄົນເຊື່ອໝັ້ນວ່າການເຊື່ອມໂຍງເຂົ້າກັບຕະຫຼາດຈີນທີ່ດີກວ່າເກົ່ານັ້ນຈະມີຜົນດີຕໍ່ການພັດທະນາຂອງວິສາຫະກິດ. ວັດທະນະທໍາການປະດິດສ້າງໃໝ່ ແລະ ການສ້າງການງານຢ່າງເຂັ້ມແຂງໃນສັງຄົມຈີນເຮັດໃຫ້ຄົນຮູ້ສຶກວ່າມີກໍາລັງໃຈ. ຈີນໄດ້ສ້າງລະບົບນິເວດການປະດິດສ້າງໃໝ່ທີ່ມີຄວາມສົດໃສ.
ຂ້າພະເຈົ້າມີຄວາມປະທັບໃຈຫຼາຍຕໍ່ການພັດທະນາຢ່າງວ່ອງໄວຂອງຈີນ. ຈີນພະຍາຍາມແບ່ງປັນໝາກຜົນແຫ່ງການພັດທະນາກັບປະຊາຊົນຈີນ, ແລະ ຊ່ວຍໃຫ້ຄົນທຸກຍາກຈຳນວນຫຼວງຫຼາຍໄດ້ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນໄລຍະເວລາອັນສັ້ນ; ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຂອງຈີນໃນການແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ພວກເຮົາຮູ້ສຶກນັບຖື; ຫຼາຍມາດຕະການຂອງຈີນຊຸກຍູ້ການພັດທະນາສີຂຽວ,ໂດຍສະເພາະແມ່ນການສົ່ງເສີມການເຄື່ອນໄຫວພະລັງງານສີຂຽວແມ່ນໄດ້ຮັບໝາກຜົນຢ່າງຫຼວງຫຼາຍ.
ແຫຼ່ງຂໍ້ມູນມາຈາກ : ໜັງສືພິມປະຊາຊົນລາຍວັນ
ທ່ານ ເຄເມນສ ປາວກາຍແນ (Clemens Baumgeitner) ຫົວໜ້າຫ້ອງການເສດຖະກິດແລະແຮງງານ,ຮອງເຈົ້າຄອງນະຄອນມິວນິກ, ເຢຍລະມັນ