ຜູ້ແປພາສາກາຊັກສະຖານຂອງປຶ້ມ “ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງ” ກ່າວວ່າປະສົບການຂອງຈີນສາມາດນຳໄປນຳໃຊ້ກັບປະເທດຕ່າງໆ
ພາຍໃຕ້ການພົວພັນລະຫວ່າງຈີນກັບໂລກທີ່ມີຄວາມສົດໃສ, ນັກແປພາສາຕ່າງປະເທດແລະບັນນາທິການຂອງປຶ້ມ “ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງ” ໄດ້ມີບົດບາດສໍາຄັນຫຼາຍ. ທ່ານນາງ ກູລີນາ ຊາເມີໂນວາ (Gulinar Shaymergnova) ຫົວໜ້າສູນການຄົ້ນຄວ້າບັນຫາປະເທດຈີນຂອງປະເທດກາຊັກສະຖານ (Kazakhstan), ລາວເປັນຜູ້ຊ່ຽວຊານຄົນໜຶ່ງຜູ້ມີອໍານາດສູງສຸດ ໃນການຄົ້ນຄວ້າການກໍ່ສ້າງຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຮ່ວມກັນໃນກາຊັກສະຖານ, ແລະຍັງເປັນຜູ້ແປພາສາປຶ້ມ“ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງ” ສະບັບພາສາກາຊັກ.
ທ່ານນາງ ຊາເມີໂນວາ ເວົ້າວ່າ, “ທ່ານ ສີຈິ້ນຜິງ ປະທານປະເທດຈີນເປັນຜູ້ນຳທີ່ດີເດັ່ນແລະມີຄຸນງາມຄວາມດີ, ຈາກປຶ້ມດັ່ງກ່າວເຮັດໃຫ້ພວກເຮົາສາມາດເຫັນໄດ້ວ່າທ່ານມີຄວາມຄິດເຫັນຢ່າງຈະແຈ້ງກ່ຽວກັບທິດທາງການພັດທະນາ ແລະ ຮູບແບບການພັດທະນາຂອງປະເທດຈີນ. ຂ້າພະເຈົ້າຄິດວ່າ,ເນື່ອງຈາກວ່າທ່ານ ສີຈິ້ນຜິງ ມີທັດສະນະ, ແນວທາງ ແລະ ຄວາມຄິດ ທີ່ຈະແຈ້ງດັ່ງກ່າວ, ຈີນຈຶ່ງສາມາດພັດທະນາຢ່າງມີຄຸນນະພາບສູງຄືໃນປັດຈຸບັນນີ້.
ຊື່ຂອງປຶ້ມບູຮານຈີນ ແລະ ປະໂຫຍກທີ່ມີຊື່ສຽງຂອງຈີນ ມັກຈະປາກົດ ຢູ່ໃນປຶ້ມ “ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງ”, ເຊັ່ນດຽວກັນກັບປັດຊະຍາ ແລະ ຄວາມຄິດວັດທະນະທໍາຂອງຈີນທີ່ບັນຈຸຢູ່ໃນປຶ້ມ, ຍັງເຮັດໃຫ້ ທ່ານນາງ ຊາເມີໂນວາ ຮູ້ສຶກເຖິງຄວາມສະຫງ່າລາສີດ້ານວັດທະນະທໍາພື້ນເມືອງຈີນແລະ ພູມປັນຍາດ້ານປັດຊະຍາຂອງປະເທດຕາເວັນອອກໃນແນວຄວາມຄິດສັງຄົມນິຍົມລັກສະນະພິເສດຈີນຍຸກໃຫມ່ສີຈິ້ນຜິງ.
ທ່ານນາງ ຊາເມີໂນວາ ເວົ້າວ່າ," ຄວາມໝາຍໂລກຂອງຄວາມຄິດສັງຄົມນິຍົມລັກສະນະພິເສດຈີນຍຸກໃຫມ່ສີຈິ້ນຜິງ, ແມ່ນພິສູດວ່າ ບໍ່ວ່າປະເທດໃດກໍ່ຕາມກໍສາມາດພັດທະນາຂຶ້ນສູ່ລະດັບໃຫມ່ໄດ້. ຈີນໄດ້ພິສູດວ່າ, ປະເທດໜຶ່ງສາມາດພັດທະນາຈາກປະເທດທີ່ທຸກຍາກປ່ຽນແປງເປັນ ປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງໂລກໄດ້ພາຍໃນໄລຍະເວລາຂອງສອງລຸ້ນຄົນ. ເຊິ່ງນີ້ເປັນຜົນງານທີ່ພົ້ນເດັ່ນທີ່ມະຫັດສະຈັນທີ່ສຸດ. ນອກຈາກນີ້, ຈີນໄດ້ຜ່ານຜ່າຄວາມທຸກຍາກຢ່າງເດັດຂາດ. ສິ່ງນີ້ເປັນຕົວຢ່າງ ແລະ ສ້າງຄວາມຫວັງໃຫ້ບັນດາປະເທດກຳລັງພັດທະນາ, ໂລກສາມາດເປັນສະຖານທີ່ທີ່ດີກວ່າ, ແລະປະສົບການຂອງຈີນສາມາດນໍາໄປນຳໃຊ້ກັບປະເທດອື່ນໆ."