ຄວາມເຂົ້າໃຈກ່ຽວກັບພັກກອມມູນິດຈີນ |ຫວັງວ່າການກໍ່ສ້າງສັງຄົມນິຍົມທີ່ມີລັກສະນະຂອງຈີນຈະບັນລຸຜົນງານອັນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ"
5ປີຕໍ່ໜ້ານີ້ ຈະເປັນໄລຍະສຳຄັນທີ່ຈີນເລີ່ມສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ທ່ານ ເຮນຣິກ ສະຕາເມີ ເຮີຕິ້ງ (Henrik Stamer Heding) ປະທານພັກກອມມູນິດດານມາກໄດ້ກ່າວ ໃນລະຫວ່າງການຮັບສໍາພາດຈາກນັກຂ່າວວ່າ: “ຂ້າພະເຈົ້າຫວັງໃຫ້ຈີນກ້າວໄປໜ້າໃນທິດການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ສືບຕໍ່ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອພາລະກິດການຫຼຸດຜ່ອນຄວາມທຸກຍາກໃນໂລກແລະ ຊຸກຍູ້ການພັດທະນາຂອງປະເທດກຳລັງພັດທະນາ.”
ທ່ານເຮີຕິ້ງເຊື່ອໝັ້ນວ່າ, 10ປີມານີ້, ພາຍໃຕ້ການຊີ້ນຳນຳພາຢ່າງແຂງແຮງຂອງພັກກອມມູນິດຈີນ, ຈີນໄດ້ບັນລຸໝາກຜົນອັນພົ້ນເດັ່ນໃນດ້ານການອອກແຮງແກ້ໄຂບັນຫາຍາກສຸດໃນການລົບລ້າງຄວາມທຸກຍາກ, ຕ້ານການສໍ້ລາດບັງຫຼວງ, ການປົກປັກຮັກສາສິ່ງແວດລ້ອມ ແລະດ້ານອື່ນໆ. "ການສ້າງແລະເປີດນຳໃຊ້ທາງດ່ວນແລະທາງລົດໄຟ, ເຊື່ອມຕໍ່ບ້ານແລະຕົວເມືອງໃນທົ່ວປະເທດຈີນ." ທ່ານ ເຮີຕິ້ງ ກ່າວວ່າ, ການພັດທະນາຂອງຈີນໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກ.
ທ່ານ ເຮີຕິ້ງ ເຫັນວ່າ, ປັດໄຈພື້ນຖານແລະຕັດສິນໃຈທີ່ສຸດຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງຈີນແມ່ນການນຳພາຂອງພັກກອມມູນິດຈີນ. ໃນເວລາທີ່ກຳນົດນະໂຍບາຍພັກກອມມູນິດຈີນບໍ່ພຽງແຕ່ຍຶດໝັ້ນເງື່ອນໄຂແຫ່ງຊາດຂອງຈີນເທົ່ານັ້ນ, ຫາກຍັງການພັດທະນາຄວາມກ້າວໜ້າຢ່າງຕັ້ງໜ້າອີກດ້ວຍ. “ປະຊາຊົນຈີນອີງໃສ່ວິທີຕ່າງໆເຂົ້າຮ່ວມການປົກຄອງແລະການກໍ່ສ້າງປະເທດຊາດຢ່າງຕັ້ງຫນ້າ,ອັນເປັນເຫດຜົນອັນສຳຄັນຂອງການພັດທະນາອັນໃຫຍ່ຫຼວງຂອງຈີນ”.ການເຈລະຈາແລະແລກປ່ຽນຮ່ວມມືລະຫວ່າງບັນດາພັກການເມືອງແມ່ນມີຄວາມສຳຄັນຫຼາຍ ແລະ ຊ່ວຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມສາມັກຄີ ແລະ ມິດຕະພາບ”.ທ່ານ ເຮີຕິ້ງໄດ້ຕີລາຄາສູງຕໍ່ພັກກອມມູນິດຈີນທີ່ຊຸກຍູ້ການແລກປ່ຽນລະຫວ່າງບັນດາພັກການເມືອງຂອງບັນດາປະເທດຢ່າງຕັ້ງຫນ້າ.
ທ່ານ ເຮີຕິ້ງ ກ່າວວ່າ, ພັກກອມມູນິດຈີນຊ່ວຍເຫຼືອປະເທດກຳລັງພັດທະນາດ້ວຍການປະຕິບັດຕົວຈິງ, ຊຶ່ງເປັນເລື່ອງຫາຍາກຫຼາຍ. ທ່ານ ເຮີຕິ້ງ ເຫັນວ່າ, ຈີນໄດ້ວາງອອກຂໍ້ລິເລີ່ມສຳຄັນເຊັ່ນ ການຮ່ວມມືກໍ່ສ້າງ "ໜຶ່ງແລວໜຶ່ງເສັ້ນທາງ", ເພື່ອໃຫ້ການສະໜັບສະໜູນແກ່ປະເທດຕ່າງໆທີ່ລຽບຕາມເສັ້ນທາງດັ່ງກ່າວໃນການປັບປຸງແລະກໍ່ສ້າງພື້ນຖານໂຄງລ່າງຄືນໃໝ່, ເຊິ່ງຈະຊ່ວຍປັບປຸງລະດັບພື້ນຖານໂຄງລ່າງຂອງປະເທດກຳລັງພັດທະນາແລະເພີ່ມຄວາມສຸກຂອງປະຊາຊົນ.ເຊິ່ງສະແດງໃຫ້ເຫັນຢ່າງແທ້ຈິງວ່າ ປະເທດຈີນໃຫ້ການດູແລຕໍ່ປະຊາຊົນໃນປະເທດກຳລັງພັດທະນາ."ຫວັງວ່າຈີນຈະສືບຕໍ່ຊຸກຍູ້ການປະຕິບັດຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ" ແລະ ຂໍ້ລິເລີ່ມພັດທະນາທົ່ວໂລກ,ເພື່ອຊຸກຍູ້ການພັດທະນາສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງໂລກ."
ສຳລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນທີ່ຈະມາເຖິງ, ທ່ານ ເຮີຕິ້ງ ເຕັມໄປດ້ວຍຄວາມຄາດຫວັງວ່າ: “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນແມ່ນວາລະການເມືອງທີ່ສຳຄັນທີ່ສຸດຂອງຈີນໃນປີນີ້.ຫວັງວ່າການກໍ່ສ້າງສັງຄົມນິຍົມທີ່ມີລັກສະນະຂອງຈີນຈະບັນລຸຜົນງານອັນໃໝ່ແລະຍິ່ງໃຫຍ່ກວ່າເກົ່າ."
ແຫຼ່ງຂໍ້ມູນມາຈາກ ໜັງສຶພິມລາຍວັນປະຊາຊົນ
ນັກຂ່າວ ຢິນມຽວ