ຈີນຄັດຄ້ານອາເມຣິກາແຊກແຊງວຽກງານພາຍໃນຂອງປະເທດອື່ນບໍ່ວ່າດ້ວຍຂໍ້ອ້າງໃດໆ

2022-10-11 09:16:44
ມາຈາກ:CRI

ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 9 ຕຸລານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ສະແດງຈຸດຢືນຕໍ່ກັບເລື່ອງທີ່ອາເມຣິກາອ້າງຕາມກົດໝາຍພາຍໃນປະເທດເພື່ອລົງໂທດເຈົ້າໜ້າທີ່ອີຣານ, ໂດຍກ່າວເນັ້ນໜັກວ່າ: ຈີນຄັດຄ້ານອາເມຣິກາແຊກແຊງວຽກງານພາຍໃນຂອງປະເທດອື່ນບໍ່ວ່າດ້ວຍຂໍ້ອ້າງໃດໆ.

ມີລາຍງານຂ່າວແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ນີ້, ອາເມຣິກາຖືສະຖານະການພາຍໃນປະເທດອີຣານເປັນຂໍ້ອ້າງ, ອ້າງຕາມກົດໝາຍພາຍໃນປະເທດອາເມຣິກາເພື່ອລົງໂທດເຈົ້າໜ້າທີ່ອີຣານ, ພ້ອມທັງຂົ່ມຂູ່ວ່າ: ຈະສືບຕໍ່ໃຊ້ມາດຕະການລົງໂທດອີຣານ. ອີຣານກ່າວຫາວ່າ:ອາເມຣິກາສ້າງຄວາມຂັດແຍ້ງພາຍໃນປະເທດອີຣານ.

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານນາງໝາວໜິງກ່າວວ່າ:“ແຕ່ໃດມາ,ປະເທດຈີນກໍ່ຄັດຄ້ານອາເມຣິກາທີ່ປະຕິບັດການລົງໂທດແຕ່ຝ່າຍດຽວຕໍ່ອີຣານ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງປະເທດອື່ນດ້ວຍທຸກຂໍ້ ອ້າງ, ຄັດຄ້ານການຖືຄັນທຸງ ‘ປະຊາທິປະໄຕ’ ‘ສິດທິມະນຸດ’ເພື່ອດຳເນີນ ອັນທີ່ເອີ້ນວ່າ ‘ການປະຕິວັດສີ’ຢູ່ປະເທດອື່ນ.”

ຈີນຄັດຄ້ານອາເມຣິກາແຊກແຊງວຽກງານພາຍໃນຂອງປະເທດອື່ນບໍ່ວ່າດ້ວຍຂໍ້ອ້າງໃດໆ