ຄວາມເຂົ້າໃຈກ່ຽວກັບພັກກອມມູນິດຈີນ | ການຮ່ວມມືກໍ່ສ້າງ"ໜຶ່ງແລວ ໜຶ່ງເສັ້ນທາງ"ສາມາດສົ່ງເສີມຄວາມຜາສຸກຂອງປະຊາຊົນໃນບັນດາປະເທດລຽບຕາມເສັ້ນທາງ
ໃນລະດູໃບໄມ້ຫຼົ່ນປີ 2013, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ",ເຊິ່ງເປັນເຫດການສຳຄັນທີ່ມີຜົນສະທ້ອນອັນກວ້າງຂວາງຕໍ່ການພັດທະນາຂອງໂລກ. 9 ປີທີ່ຜ່ານມາ, ການຮ່ວມມືກໍ່ສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ"ໄດ້ຮັບໝາກຜົນຢ່າງຕັ້ງໜ້າ, ໃນປະຈຸບັນ "ໜຶ່ງແລວ ໜຶ່ງເສັ້ນທາງ" ໄດ້ກາຍເປັນຜະລິດຕະພັນສາທາລະນະທີ່ໄດ້ຮັບການຕ້ອນຮັບ ແລະ ເປັນເວທີຮ່ວມມືສາກົນຂອງໂລກ. ມີ 140 ກວ່າປະເທດໄດ້ລົງນາມເອກະສານຮ່ວມມືການສ້າງ"ໜຶ່ງແລວ ໜຶ່ງເສັ້ນທາງ" ຮ່ວມກັນກັບຈີນ, ໄດ້ດຳເນີນການຮ່ວມມືດ້ານການເງິນ, ການກໍ່ສ້າງພື້ນຖານໂຄງລ່າງແລະຂົງເຂດອື່ນໆ, ໄດ້ພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອແນໃສ່ຮັດແໜ້ນຊ່ອງຫວ່າງການພັດທະນາແລະຫຼຸດຜ່ອນຄົນທຸກຍາກ.
ການຮ່ວມມືກໍ່ສ້າງ"ໜຶ່ງແລວ ໜຶ່ງເສັ້ນທາງ"ຈະຊ່ວຍແກ້ໄຂບັນຫາຂອດເຊັ່ນ: ພື້ນຖານໂຄງລ່າງທີ່ຊັກຊ້າ, ການຂາດເຂີນເງິນທຶນ, ການຂາດເຂີນຊັບພະຍາກອນບຸກຄົນໃນການພັດທະນາຂອງປະເທດລຽບຕາມເສັ້ນທາງ. ຈີນຍັງໃຫ້ຄວາມສຳຄັນຕໍ່ການຮ່ວມມືດ້ານການສຶກສາແລະການຝຶກອົບຮົມສີມືແຮງງານກັບປະເທດກຳລັງພັດທະນາທີ່ຢູ່ລຽບຕາມເສັ້ນທາງ. ສປ ຈີນເນັ້ນໜັກຕະຫຼອດວ່າ, "ສອນໃຫ້ຫາປາ ດີກວ່າການເອົາປາໃຫ້". ໃນຂະບວນການການຮ່ວມມືກໍ່ສ້າງ"ໜຶ່ງແລວ ໜຶ່ງເສັ້ນທາງ",ຈີນຍັງຕັ້ງໜ້າແບ່ງປັນປະສົບການອັນລ້ຳຄ່າທີ່ໄດ້ສະສົມໃນຂະບວນການພັດທະນາຂອງຕົນກັບປະເທດກຳລັງພັດທະນາລຽບຕາມເສັ້ນທາງ.
“ໜຶ່ງແລວ ໜຶ່ງເສັ້ນທາງ”ແມ່ນເວທີຮ່ວມມືສາກົນທີ່ກວ້າງຂວາງ ເປີດກວ້າງ ແລະ ອວ່າຍໜ້າສູ່ໂລກ, ການເປີດກວ້າງແມ່ນຈຸດພິເສດຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ”. ຂໍ້ລິເລີ່ມການຮ່ວມມືກໍ່ສ້າງ"ໜຶ່ງແລວ ໜຶ່ງເສັ້ນທາງ"ແມ່ນກຳເນີດຈາກຈີນ, ກາລະໂອກາດແລະຜົນສຳເລັດເປັນຂອງໂລກ.
ການຮ່ວມມືກໍ່ສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ໄດ້ວາງແຜນກຳນົດການຮ່ວມມືດ້ານການສື່ສານນະໂຍບາຍ, ການເຊື່ອມຈອດສິ່ງອຳນວຍຄວາມສະດວກ, ການຄ້າທີ່ບໍ່ມີສິ່ງກີດຂວາງ, ການເຊື່ອມໂຍງດ້ານການເງິນ, ຈິດໃຈປະຊາຊົນເຊື່ອມຕໍ່ກັນ,ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມຂອງບັນດາປະເທດລຽບຕາມເສັ້ນທາງ, ນຳມາເຊິ່ງກາລະໂອກາດໃຫ້ບັນດາວິສາຫະກິດຂອງບັນດາປະເທດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກປະເທດ.
ແຫຼ່ງຂໍ້ມູນມາຈາກ ເວັບໄຊປະຊາຊົນຈີນ
ໜັງສືຂຽນຈາກທ່ານ ໂຫຊາຍຢິນ ອາສຄາລີ ຮອງຫົວໜ້າສະຖາບັນຄົ້ນຄວ້າ“ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງຊູແອັດ