ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນມີຄວາມໝາຍສຳຄັນຕໍ່ປະເທດລາວເຊັ່ນກັນ
ປີ 2022 ເປັນປີທີ່ມີຄວາມຫມາຍຄວາມສໍາຄັນຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ, ເພາະວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2022 ທີ່ນະຄອນຫຼວງປັກກິ່ງ.
ກອງປະຊຸມຄັ້ງນີ້ຈະຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສປ ຈີນ ຍາດໄດ້ຜົນສໍາເລັດຫລາຍຢ່າງໃນການພັດທະນາເສດຖະກິດ-ສັງຄົມ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ສັງຄົມມີຄວາມສະຫງົບປອດໄພ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ຖານະບົດບາດຂອງ ສປ ຈີນ ໄດ້ຮັບການຍົກສູງຢູ່ໃນເວທີພາກພື້ນ ແລະ ສາກົນ, ກາຍເປັນປະເທດທີ່ມີຄວາມກ້າວໜ້າຢູ່ໃນໂລກທາງດ້ານເສດຖະກິດ, ທະຍາສາດ-ເຕັກໂນໂລຊີ, ການທະຫານ ແລະ ອື່ນໆ. ພ້ອມນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ຈະໄຂຂຶ້ນໃນໄລຍະທີ່ພັກກອມມູນິດຈີນນຳພາປວງຊົນທັງຊາດ ກ້າວເຂົ້າສູ່ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ເພື່ອສ້າງ ສປ ຈີນ ໃຫ້ກາຍເປັນປະເທດ“ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ ແລະ ສີວິໄລ, ປອງດອງກົມກຽວ ແລະ ສວຍສົດງົດງາມ”.
ໃນໂອກາດການສ້າງຕັ້ງພັກກອມມູນິດຈີນຄົບຮອບ 101 ປີ ພັກກອມມູນິດຈີນ ຈະນຳໃຊ້ທິດສະດີ ແລະ ພຶດຕິກໍາທີ່ອຸດົມສົມບູນສົມທົບກັບຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 100 ກວ່າປີຜ່ານມາ, ສືບຕໍ່ເດີນໜ້າໂດຍບໍ່ຫວັ່ນໄຫວກັບສິ່ງທ້າທາຍ ແລະ ພາຍຸລົມແດງໃດໆ. ນັບແຕ່ພັກກອມມູນິດຈີນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1921 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ຖືເອົາການສະແຫວງຫາຄວາມສຸກຂອງປະຊາຊົນ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ຂອງປະຊາຊາດຈີນເປັນອຸດົມການແຕ່ຫົວທີ ແລະ ເປັນພາລະກຳຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ສາມັກຄີ ແລະ ນໍາພາປະຊາຊົນບັນດາເຜົ່າໃນທົ່ວປະເທດບຸກບືນສູ້ຊົນເຮັດສຳເລັດພາລະກິດປົດປ່ອຍຊາດ, ນໍາພາປະເທດຊາດກ້າວຂຶ້ນສູ່ຄວາມຮັ່ງມີເຂັ້ມແຂງປະຊາຊົນມີຄວາມສຸກ, ເຊິ່ງເປັນວິລະກຳທາງປະຫວັດສາດທີ່ສະຫງ່າລາສີທີ່ສຸດໃນປະຫວັດສາດຂອງປະຊາຊາດຈີນ ໃນໄລຍະຫລາຍພັນປີ.ອັນພົ້ນເດັ່ນແມ່ນພັກກອມມູນິດຈີນ ໄດ້ນໍາພາປວງຊົນທັງຊາດສູ້ຊົນເຮັດສຳເລັດເປົ້າຫມາຍ 100 ປີ ເຫດການທີໜຶ່ງ ໃນການສ້າງສັງຄົມຢູ່ດີກິນດີຢ່າງຮອບດ້ານ, ຄວາມທຸກຍາກໄດ້ຮັບການລົບລ້າງໂດຍເດັດຖານໃນຂອບເຂດທົ່ວປະເທດໃນປະຫວັດສາດທີ່ບໍ່ເຄີຍມີມາກ່ອນ.
ຜົນສໍາເລັດທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນຍາດມາໄດ້ນັ້ນ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກກອມມູນິດຈີນທີ່ສະຫລາດສ່ອງໃສ ສົມທົບກັບຄວາມເສຍສະຫລະ ແລະ ຄວາມເປັນແບບຢ່າງຢືນຢູ່ແຖວໜ້າຂອງທຸກໜ້າທີ່ວຽກງານຂອງສະມາຊິກພັກ-ພະນັກງານ, ເຮັດໃຫ້ພັກກອມມູນິດຈີນສາມາດຜ່ານຜ່າການທົດສອບຈາກພາຍຸລົມແດງ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກ ແລະ ສິ່ງທ້າທາຍນາໆປະການ, ນໍາພາປະຊາຊົນຈີນບັນດາເຜົ່າລຸກຂຶ້ນຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ປົວແປງລະບອບໃຫມ່ ກ້າວສູ່ຄວາມຈະເລີນເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ປັດໄຈ ແລະສາຍເຫດທີ່ພາໃຫ້ພັກກອມມູນິດຈີນປະສົບຜົນສຳເລັດມີຫລາຍຢ່າງ. ໃນນັ້ນ, ການຍຶດໝັ້ນການນຳພາຂອງພັກ, ຍຶດໝັ້ນຖືປະຊາຊົນສຳຄັນກວ່າໝູ່, ຍຶດໝັ້ນການປະດິດສ້າງໃໝ່ໃນດ້ານທິດສະດີ, ຍຶດໝັ້ນຄວາມເປັນເອກະລາດເປັນເຈົ້າຕົນເອງ, ຍຶດໝັ້ນເສັ້ນທາງທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນໃນການຫ່ວງໃຍຊາຕາກຳຂອງໂລກ, ຍຶດໝັ້ນການບຸກເບີກປະດິດສ້າງໃໝ່, ຍຶດໝັ້ນໃນການກ້າຕໍ່ສູ້, ຍຶດໝັ້ນແນວໂຮມເອກະພາບ ແລະ ຍຶດໝັ້ນການປະຕິວັດຕົນເອງ, ເປັນປັດໄຈສຳຄັນຜົນສຳເລັດ ໃນການຊີ້ນຳ-ນຳພາຂອງພັກກອມມູນິດຈີນຕະຫລອດໄລຍະ100 ກວ່າປີທີ່ຜ່ານມາ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ບໍ່ສະເພາະແຕ່ມີຄວາມຫມາຍຄວາມສຳຄັນຕັດສິນຊີ້ຂາດອະນາຄົດ ແລະ ໂຊກຊະຕາຂອງປະຊາຊົນຈີນ, ແຕ່ຍັງມີຄວາມຫມາຍຄວາມສໍາຄັນແກ່ປະເທດເພື່ອນມິດ ແລະ ປະເທດ ທີ່ມີອຸດົມການດຽວກັນກັບ ສປ ຈີນ ໂດຍສະເພາະແມ່ນ ສປປ ລາວ ທີ່ເປັນປະເທດບ້ານໃກ້ເຮືອນຄຽງ, ມີອຸດົມການສັງຄົມນິຍົມເຊັ່ນດຽວກັນກັບ ສປ ຈີນ ແລະ ຍັງເປັນປະເທດຄູ່ຮ່ວມຊາຕາກໍາທີ່ມີການພົວພັນກັນຢ່າງສະໜິດແໜ້ນ ແລະ ເລິກເຊິ່ງ, ກອງປະຊຸມຄັ້ງນີ້ຈະເປັນບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກຳທີ່ສຳຄັນໃຫ້ແກ່ ພັກ ແລະ ລັດຖະບານ ສປປ ລາວ ໃນການຄົ້ນຄວ້າວາງແນວທາງນະໂຍບາຍຂອງພັກໃນຕໍ່ໜ້າ, ເພື່ອເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ສັງຄົມມີຄວາມສີວິໄລ, ປະຊາຊົນມີຄວາມຜາສຸກ.
ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ; ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດກະຊວງການຕ່າງປະເທດ ແຫ່ງ ສປປ ລາວ