ນາຂັ້ນໄດຮານີ ມີເມກໝອກອ້ອມຮອບ

2022-01-07 18:30:15 |ມາຈາກ:

ນັບຕັ້ງແຕ່ຕົ້ນລະດູໜາວເປັນຕົ້ນມາ, ດິນນາຂັ້ນໄດຮົງເຫີຮານີ ທີ່ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງແຂວງຢຸນນານມີເມກໝອກລອຍອ້ອມຮອບ, ແລະ ເຂດທ່ອງທ່ຽວດິນນາຂັ້ນໄດຮານີງົດງາມເໝືອນດັ່ງດິນແດນຂອງເທວະດາ. ປີ 2010, ລະບົບດິນນາຂັ້ນໄດເຂົ້າຮົງເຫີຮານີໄດ້ກາຍເປັນມໍລະດົກວັດທະນະທຳກະສິກຳທີ່ສຳຄັນຂອງໂລກ, ປີ 2013, ໄດ້ກາຍເປັນມໍລະດົກທາງດ້ານທັດສະນີຍະພາບ ແລະ ວັດທະນະທຳໂລກ. ໃນທຸກເດືອນພະຈິກຈົນໄປຮອດເດືອນເມສາຂອງປີຕໍ່ໄປ,ພາບວິວທິວທັດຂອງດິນນາຂັ້ນໄດຮານີແມ່ນສວຍງາມທີ່ສຸດ.