ທ່ານນາງ ຫຼິນກົວເອີ ເຈົ້າຂອງບລັອກວິດີໂອສັ້ນທີ່ສ້ອມແປງເຄື່ອງຈັກ

2022-01-12 17:47:10 |ມາຈາກ:

ທ່ານນາງ ຫຼິນກົວເອີ ເປັນເຈົ້າຂອງບລັອກ (blog) ວິດີໂອສັ້ນທີ່ສ້ອມແປງເຄື່ອງຈັກເກົ່າ, ບລັອກຂອງລາວມີແຟນຄລັບຫຼາຍກວ່າ 6 ລ້ານຄົນ, ແລະວິດີໂອຂອງລາວມີຈຳນວນການເບິ່ງຫຼາຍກວ່າສິບລ້ານຄັ້ງ. ເຄື່ອງຈັກທີ່ນາງສ້ອມແປງແມ່ນສົ່ງມາຈາກຊາວເນັດໃນທົ່ວປະເທດ, ພ້ອມທັງມີອຸປະກອນກະສິກໍາແລະເຄື່ອງຈັກໃນຄົວເຮືອນຕ່າງໆທີ່ຈາກຄົນບ້ານດຽວກັນ.

ທ່ານນາງ ຫຼິນກົວເອີ ມາຈາກບ້ານພູນ້ອຍ ໃນເມືອງຢຽນຈິນ ເມືອງຈາວທົງ ແຂວງຢຸນນານ, ຫຼັງຈາກທີ່ລາວຮຽນຈົບຈາກມະຫາວິທະຍາໄລແລ້ວ, ນາງບໍ່ເລືອກທີ່ຈະຢູ່ໃນເມືອງເພື່ອເຮັດວຽກ, ແຕ່ເລືອກທີ່ຈະກັບຄືນບ້ານເກີດຂອງນາງເພື່ອຖ່າຍວິດີໂອສັ້ນ, ແລະນາງນໍາໃຊ້ຄວາມຮູ້ວິຊາສະເພາະ ວິສະວະກຳໄຟຟ້າພະລັງງານນ້ຳ ແລະ ຊັບພະຍາກອນນ້ຳ ທີ່ຮຽນຈາກມະຫາວິທະຍາໄລມາສ້ອມແປງເຄື່ອງຈັກເກົ່າ. ໃນເວລາທີ່ຊີວິດມີຄວາມຫຍຸ້ງຍາກທີ່ສຸດ, ນາງເປັນຫນີ້ສິນ 190,000 ຢວນ.

ປັດຈຸບັນນີ້, ຫຼັງຈາກທີ່ຊາວເນັດໄດ້ເບິ່ງວີດີໂອຂອງນາງ, ຊາວເນັດໄດ້ເຫັນຄວາມງາມຂອງການອອກແຮງງານ,ແລະ ໄດ້ເຫັນເຖິງຈິດໃຈຄວາມພະຍາຍາມຂອງໄວຫນຸ່ມໃນຍຸກໃຫມ່. ໃນອະນາຄົດ, ນາງຫວັງວ່າຈະໃຊ້ອິນເຕີເນັດເພື່ອເຮັດໃຫ້ທຸກຄົນຮູ້ຈັກບ້ານເກີດຂອງນາງ,ແລະຊ່ວຍບ້ານເກີດຂອງນາງເຮັດສິ່ງຕ່າງໆຫຼາຍຂຶ້ນ.