ເດັກນ້ອຍເທິງນ້ຳກ້ອນແລະຫິມະໃນແຂວງຢຸນນານ

2022-01-21 17:30:37 |ມາຈາກ:

ຄຽງຄູ່ກັບງານກິລາໂອລິມປິກລະດູໜາວປັກກິ່ງທີ່ໃກ້ຈະມາເຖິງ, ເດັກນ້ອຍ 9 ຄົນຂອງທີມສະກີແລ່ນໄວຂອງແຂວງຢຸນນານກຳລັງໄລ່ຕາມຄວາມຝັນເທິງນ້ຳກ້ອນແລະຫິມະໃນສູນກິລານ້ຳກ້ອນຊີຕີເທີງຊົງ ເມືອງເທີງຊົງແຂວງຢຸນນານ. ອາຍຸຂອງເຂົາເຈົ້າແມ່ນແຕ່ 12 ຫາ 17 ປີ, ສະມາຊິກໃນທີມສ່ວນຫຼາຍແມ່ນມາຈາກແຂວງຢຸນນານ, ເຂົາເຈົ້າຝຶກຊ້ອມຢ່າງໜັກໜ່ວງ​ ແລະ ​ຫວັງວ່າຈະມີໂອກາດເຂົ້າຮ່ວມງານກິລາໂອລິມປິກລະດູໜາວແລະການແຂ່ງຂັນອື່ນໆໃນອະນາຄົດ.