ທ່ານ ເຢກວາງຝູ ນັກບິນອາວະກາດບັນເລງເພງ "ເຢກວາງເຊຍດີເຝິງເວີຍຈູ" ຢູ່ສະຖານີອາວະກາດ

2022-02-18 17:09:38 |ມາຈາກ:

ສອງສາມມື້ກ່ອນນີ້, ສູນຍານອາວະກາດຂອງຈີນໄດ້ເຜີຍແຜ່ວິດີໂອໜື່ງ, ເຊິ່ງແມ່ນທ່ານ ເຢກວາງຝູ ນັກບີນອາວະກາດບັນເລງເພງ "ເຢກວາງເຊຍດີເຝິງເວີຍຈູ" ຢູ່ສະຖານີອາວະກາດ ໂດຍໃຊ້ປີ່ນ້ຳເຕົ້າທີ່ມາຈາກເມືອງລຽງເຫີ ກິ່ງແຂວງເຕີຫົງແຂວງຢຸນນານ.

"ເຢກວາງເຊຍດີເຝິງເວີຍຈູ" ເພງນີ້ແຕ່ງທຳນອງໂດຍ ທ່ານ ຊີກວາງນານ, ເນື້ອເພງໂດຍທ່ານ ນີເວີຍເຕີ, ເພງນີ້ເປັນບົດເພງຊົນເຜົ່າໄທຫຼື້ແລະ ໄດ້ຮັບການປະດິດສ້າງຢູ່ກິ່ງແຂວງເຕີຫົງແຂວງຢຸນນານ, ເພງນີ້ຍັງບັນຍາຍເຖິງທິວທັດທີ່ສວຍງາມຂອງແຂວງຢຸນນານ.ພາຍຫຼັງຟັງເພງນີ້ແລ້ວ, ຊາວເນັດໄດ້ພາກັນໃຫ້ຄຳເຫັນວ່າ: "ໄດ້ຟັງເພງທີ່ມ່ວນໆນີ້ເຮັດໃຫ້ຂ້ອຍຄິດເຖິງຢູນນານທີ່ສວຍງາມ."