ທ່ອງທ່ຽວຢຸນນານ | ງານວາງສະແດງສິນຄ້າການທ່ອງທ່ຽວສາກົນຈີນປີ 2022 ຈະຈັດຂຶ້ນຢູ່ຄຸນໝິງຈີນໃນເດືອນກໍລະກົດ

2022-07-05 17:45:11
ມາຈາກ:

ແຕ່ວັນທີ 22 ຫາ 24 ກໍລະກົດ,ງານວາງສະແດງສິນຄ້າການທ່ອງທ່ຽວສາກົນຈີນປີ 2022 ຈະຈັດຂຶ້ນຢູ່ຄຸນໝິງ.ງານວາງສະແດງສິນຄ້າຄັ້ງນີ້ຮ່ວມຈັດຂຶ້ນໂດຍກະຊວງວັດທະນະທຳແລະທ່ອງທ່ຽວ,ກົມການບິນພົນລະເຮືອນຈີນແລະອຳນາດການປົກຄອງປະຊາຊົນແຂວງຢຸນນານ, ວຽກງານກະກຽມຕ່າງໆລ້ວນແຕ່ດຳເນີນໄປຢ່າງເປັນລະບຽບ, ວຽກງານປ້ອງກັນພະຍາດລະບາດກໍໄດ້ດຳເນີນການໂດຍຕະຫຼອດ.

ງານວາງສະແດງຄັ້ງນີ້ມີເນື້ອໃນທີ່ອຸດົມສົມບູນແລະວິທີການວາງສະແດງທີ່ຫຼາກຫຼາຍ. ພື້ນທີ່ວາງສະແດງຂອງງານວາງສະແດງແມ່ນປະມານ 70.000 ຕາແມັດ(ປະມານ 2.500 ຫ້ອງວາງສະແດງມາດຕະຖານ). ຄາດຄະເນວ່າມີ 70 ກວ່າປະເທດ ແລະ ເຂດແຄວ້ນຈະເຂົ້າຮ່ວມງານວາງສະແດງແລະ ກອງປະຊຸມຢູ່ຕ່າງປະເທດຜ່ານທາງອອນລາຍ ແລະ​ ໃນສະຖານທີ່ຕົວຈິງ, ມີ 31 ແຂວງພາຍໃນປະເທດຈີນ(ເຂດປົກຄອງຕົນເອງ​ແລະ​ເມືອງ)ຈະເຂົ້າຮ່ວມງານວາງສະແດງ,​ແລະ ຍັງມີ ວິສາຫະກິດແລະສະຖາບັນວັດທະນະທຳທ່ອງທ່ຽວ 200 ກວ່າແຫ່ງຈະເຂົ້າຮ່ວມງານວາງສະແດງ.

ສະຖານທີ່ຂອງງານວາງສະແດງສິນຄ້າຄັ້ງນີ້ຈະຈັດຕັ້ງເຂດວາງສະແດງຫຼາຍເຂດເຊັ່ນ ເຂດວາງສະແດງຮູບພາບວັດທະນະທຳ-ທ່ອງທ່ຽວ, ເຂດວາງສະແດງຈຸດຫມາຍປາຍທາງການດໍາລົງຊີວິດເພື່ອສຸຂະພາບ,ເຂດວາງສະແດງການທ່ອງທ່ຽວ ແລະ ກິລາ, ເຂດວາງສະແດງການບໍລິໂພກດ້ານວັດທະນະທຳການທ່ອງທ່ຽວ, ​ເຂດວາງສະແດງຮູບພາບວັດທະນະທຳການທ່ອງທ່ຽວຂອງບັນດາແຂວງ(ເຂດປົກຄອງຕົນເອງ ແລະ ເມືອງ)ພາຍໃນປະເທດຈີນ, ເຂດວາງສະແດງວິສາຫະກິດວັດທະນະທໍາແລະການທ່ອງທ່ຽວພາຍໃນປະເທດຈີນ,ເຂດວາງສະແດງວັດຖຸບູຮານແລະພິພິທະພັນ, ເຂດວາງສະແດງການທ່ອງທ່ຽວອັດສະລິຍະ, ເຂດວາງສະແດງທຸລະກິດໃຫມ່ຂອງການທ່ອງທ່ຽວ, ເຂດວາງສະແດງການທ່ອງທ່ຽວຢູ່ຕ່າງປະເທດ, ແລະເຂດວາງສະແດງອື່ນໆ.

ງານວາງສະແດງຈະເປີດເວທີສົນທະນາພັດທະນາ​ແລະ ປະດິດສ້າງໃຫມ່ການທ່ອງທ່ຽວອັດສະລິຍະເປັນຄັ້ງທຳອິດ, ​ແລະ ເຂດວາງສະແດງການທ່ອງທ່ຽວອັດສະລິຍະໄດ້ຮັບການຈັດຕັ້ງເປັນພິເສດເພື່ອສະແດງເຕັກໂນໂລຊີໃໝ່​ແລະ ການນຳໃຊ້ໃໝ່ໃນອຸດສາຫະກຳ. ການເຊື່ອມໂຍງທາງອອນລາຍແລະ ໃນສະຖານທີ່ຕົວຈິງ ເປັນສ່ວນໜຶ່ງທີ່ເຮັດໃຫ້ຜູ້ຊື້ທົ່ວໂລກສາມາດຕິດຕໍ່ສື່ສານກັນຢ່າງບໍ່ມີອຸປະສັກໂດຍຜ່ານວິດີໂອອອນລາຍ, ສຽງແລະການສົນທະນາ.

ການເຄື່ອນໄຫວຕ່າງໆໃນກອງປະຊຸມ ລວມມີ ກອງປະຊຸມແນະນຳວັດທະນະທຳແລະການທ່ອງທ່ຽວແຂວງຢຸນນານ,ເວທີປາໃສການສ້າງປະຊາຄົມຮ່ວມຊະຕາກຳໃນອາຊຽນໂດຍເສັ້ນທາງລົດໄຟລາວ-ຈີນ. ນອກຈາກນັ້ນ, ຍັງຈະຈັດຕັ້ງກິດຈະກຳການເຊັນສັນຍາສົ່ງເສີມການລົງທຶນແລະກອງປະຊຸມແນະນຳສົ່ງເສີມໂຄງການວັດທະນະທຳແລະການທ່ອງທ່ຽວທີ່ສຳຄັນ.

ແຫຼ່ງຂໍ້ມູນມາຈາກ ຫນັງສືພິມລາຍວັນແຂວງຢຸນນານ

ທ່ອງທ່ຽວຢຸນນານ | ງານວາງສະແດງສິນຄ້າການທ່ອງທ່ຽວສາກົນຈີນປີ 2022 ຈະຈັດຂຶ້ນຢູ່ຄຸນໝິງຈີນໃນເດືອນກໍລະກົດ