ທ່ອງທ່ຽວຢຸນນານ | ການກະກຽມງານວາງສະແດງສິນຄ້າການທ່ອງທ່ຽວສາກົນຈີນປີ 2022 ດຳເນີນໄປຢ່າງຕັ້ງໜ້າ

2022-07-05 17:46:40
ມາຈາກ:

ປັດຈຸບັນ,ຄະນະງານທີ່ກ່ຽວຂ້ອງຂອງງານວາງສະແດງສິນຄ້າການທ່ອງທ່ຽວສາກົນຈີນປີ 2022 ​ໄດ້ມີການຈັດຕັ້ງເປັນທີ່ຮຽບຮ້ອຍແລ້ວ, ການກະກຽມການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ, ການຈັດວາງເຂດວາງສະແດງ, ການວາງສະແດງແລະການສົ່ງເສີມການລົງທຶນ, ການເຄື່ອນໄຫວໃນຫົວຂໍ້ຕ່າງໆໄດ້ດຳເນີນໄປຢ່າງຕັ້ງໜ້າ.

ອົງການຈັດຕັ້ງ ແລະ ທຸລະກິດທີ່ຮ່ວມງານວາງສະແດງໃນຄັ້ງນີ້ມີຂອບເຂດທີ່ກວ້າງຂວາງ. ບໍລີສັດBaidu, ບໍລີສັດAli, ບໍລີສັດTencent, ບໍລີສັດChina Telecom, ບໍລີສັດChina Unicom, ພິພິທະພັນພະລາຊະວັງເກົ່າ ແລະອື່ນໆ ມີຈຸດປະສົງເຂົ້າຮ່ວມໃນງານວາງສະແດງ. ນອກຈາກນັ້ນ, ການເຂົ້າຮ່ວມຂອງບໍລິສັດການບິນ, ການຜະລິດອຸປະກອນ, ວິສາຫະກິດການທ່ອງທ່ຽວວັດທະນະທໍາປະດິດຄິດສ້າງໃຫມ່ ແລະ ວິສາຫະກິດອື່ນໆທີ່ກ່ຽວຂ້ອງ ຈະຊຸກຍູ້ການເຊື່ອມໂຍງວັດທະນະທໍາ, ການທ່ອງທ່ຽວ ແລະ ເຕັກໂນໂລຊີຢ່າງແຂງແຮງ, ຊ່ວຍໃຫ້ງານວາງສະແດງມີຄຸນນະພາບສູງ.

ແຫຼ່ງຂໍ້ມູນມາຈາກ ຫນັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ ວັງຮວນ

ທ່ອງທ່ຽວຢຸນນານ | ການກະກຽມງານວາງສະແດງສິນຄ້າການທ່ອງທ່ຽວສາກົນຈີນປີ 2022 ດຳເນີນໄປຢ່າງຕັ້ງໜ້າ