ເລີ່ມຕົ້ນໄລຍະທີ 2 ຂອງກິດຈະກໍາສໍາພາດການເຜີຍແຜ່ສາກົນທາງອິນເຕີເນັດ“ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ”

2022-08-18 18:23:43
ມາຈາກ:

ວັນທີ 8 ສິງຫາ, ໄລຍະທີ 2 ຂອງກິດຈະກໍາສໍາພາດການເຜີຍແຜ່ສາກົນທາງອິນເຕີເນັດ ໃນຫົວຂໍ້ “ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ໂດຍມີຫ້ອງການຂໍ້ມູນອິນເຕີເນັດຄະນະພັກແຂວງຢຸນນານເປັນເຈົ້າພາບ, ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ,ເວັບໄຊປະຕູສູ່ຢຸນນານ(yunnangateway) ເປັນເຈົ້າການຈັດຂຶ້ນ.ໃນໄລຍະທີ 2 ຂອງກິດຈະກໍາການ​ສໍາພາດນີ້, ສື່ມວນຊົນທາງການ ແລະ ຄົນທີ່ມີຊື່ສຽງໃນອິນເຕີເນັດຈຳນວນໜຶ່ງ ໄດ້ມາຢ້ຽມຢາມສະຖານທີ່ລຽບຕາມທາງລົດໄຟລາວ-ຈີນ ເຊັ່ນ ເມືອງພູເອີແລະກິ່ງແຂວງສິບສອງພັນນາແຂວງຢຸນນານ, ແຂວງຫຼວງພະບາງ ແລະ ຫຼວງນ້ຳທາ ປະເທດລາວ.

ໃນໄລຍະທີ 2 ທີ່ເປັນກິດຈະກໍາການສໍາພາດນີ້, ຜູ້ເຂົ້າຮ່ວມໃນພາກສ່ວນພາຍໃນປະເທດຈີນ ລວມມີສູນການສື່ສານອາຊີ-ປາຊີຟິກຂອງອົງການຈັດພິມສາກົນຈີນ, ສູນການສື່ສານສາກົນເສສວນ, ​ແລະສື່ມວນຊົນທ່ຽນມູ (Tianmu Media) ກຸ່ມກິດຈະການບໍລິສັດໜັງສືພິມ ລາຍວັນເຈີ້ຈ່ຽງ, ຜູ້ເຂົ້າຮ່ວມໃນພາກສ່ວນຂອງປະເທດລາວ ລວມມີກົມສື່ມວນຊົນລາວ ກະຊວງຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວ, ໜັງສືພິມວຽງຈັນທາມສ໌, ໜັງສືພິມວຽງຈັນໃໝ່, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ວິທະຍຸຊາວໜຸ່ມລາວ, ແລະ ຍັງມີພະນັກງານສື່ສານມວນຊົນຈາກຫຼາຍປະເທດເຊັ່ນລາວ, ໄທ, ອິນໂດເນເຊຍ ແລະ ປະເທດອື່ນໆ.

ຄະນະສໍາພາດໃນພາກສ່ວນປະເທດຈີນຈະໄປຢ້ຽມຢາມເມືອງຊາບູຮານນາເຄີລີ, ເຂດພູຈີງໄມ້, ສວນກາເຟ, ສວນຊາປອດສານພິດ ແລະ ອື່ນໆຢູ່ເມືອງພູເອີ, ໂດຍສຸມໃສ່ຂະແໜງການທີ່ມີລັກສະນະພິເສດ ເຊັ່ນຊາພູເອີແລະກາເຟພູເອີ ແລະ​ ຂະແໜງການລັກສະນະພິເສດອື່ນໆ, ການຟື້ນຟູຊົນນະບົດ, ປົກປັກຮັກສານິເວດ, ການຟື້ນຟູຫັນປ່ຽນແລະຍົກລະດັບຂອງຂະແໜງການທ່ອງທ່ຽວແລະວັດທະນະທຳ,​ ໄປຢ້ຽມຢາມເມືອງບໍ່ຫານຂອງກິ່ງແຂວງສິບສອງພັນນາ, ແລະໄດ້ຮຽນຮູ້ສະພາບການເມືອງຄຸນໝິງທີ່ໄດ້ຮັບຜິດຊອບຕໍ່ເມືອງບໍ່ຫານເພື່ອຮ່ວມກັນສ້າງເມືອງດ່ານສາກົນ. ຄະນະສຳພາດໃນພາກສ່ວນປະເທດລາວຈະສຳຫຼວດເລື່ອງລາວ ການຮ່ວມມືດ້ານພະລັງງານໄຟຟ້າຈີນ-ລາວຢູ່ແຂວງຫຼວງພະບາງ, ຢ້ຽມຢາມບັນດາໂຮງງານແລະວິສາຫະກິດການຂົນສົ່ງຢູ່ເຂດເສດຖະກິດພິເສດບໍ່ເຕັນ ແລະບ້ານອານຈູ ທີ່ຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນ, ເປັນສັກຂີພິຍານຕໍ່ທາງລົດໄຟລາວ-ຈີນໃນຂະບວນການພັດທະນາຢ່າງເປັນລະບົບເອກະພາບຄື "ຊ່ອງທາງ+ສູນກາງ+ອຸດສາຫະກໍາ+ ພາກສ່ວນຕະຫຼາດ+ໂຄງການດໍາລົງຊີວິດຂອງປະຊາຊົນ".

ອີງຕາມຂໍ້ມູນ, ໄລຍະທຳອິດຂອງກິດຈະກໍາສໍາພາດການເຜີຍແຜ່ສາກົນທາງອິນເຕີເນັດໃນຫົວຂໍ້“ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ໄດ້ສຳເລັດໃນເດືອນພຶດສະພາປີນີ້. ກິດຈະກໍາທັງສອງຄັ້ງໄດ້ກວມເອົາເສັ້ນທາງລົດໄຟລາວ-ຈີນ,ແລະໄດ້ຮ່ວມກັນເລົ່າເລື່ອງລາວຂອງທາງລົດໄຟລາວ-ຈີນດ້ວຍຫຼາຍພາສາ, ໂດຍຜ່ານຫຼາຍເວທີແລະ ຫຼາຍຊ່ອງທາງ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ

ນັກຂ່າວ ວັງຫວນ

ເລີ່ມຕົ້ນໄລຍະທີ 2 ຂອງກິດຈະກໍາສໍາພາດການເຜີຍແຜ່ສາກົນທາງອິນເຕີເນັດ“ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ”