ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ທ່ານ ຊານເວີນ ຊາວຫນຸ່ມສຳຫຼວດການຄ້າອິເລັກໂຕຼນິກ

2022-08-18 18:41:54
ມາຈາກ:

ພູຈິ້ງໄມ້ຕັ້ງຢູ່ເມືອງປົກຄອງຕົນເອງຊົນເຜົ່າລາຫູລ້ານຊ້າງເມືອງພູເອີ. ແຕ່ໃດມາ, ຊາວບ້ານທ້ອງຖິ່ນໄດ້ປູກຕົ້ນຊາ, ປົກປັກຮັກສາພູຊາ, ສ້າງເຮືອນຢູ່ແຫ່ງນີ້, ຈຶ່ງຄ່ອຍໆກາຍເປັນທິວທັດວັດທະນະທຳປ່າຊາສະໄໝບູຮານທີ່ມີປ່າໄມ້ ແລະ ຊາ ເຕີບໃຫຍ່ຢູ່ຮ່ວມກັນ, ປະຊາຊົນ ແລະ ຜືນແຜ່ນດິນພັດທະນາໄປພ້ອມກັນ. ຄຽງຄູ່ກັບການເປີດເສັ້ນທາງລົດໄຟລາວ-ຈີນ, ໄດ້ມີນັກທ່ອງທ່ຽວມາພູຈິ້ງໄມ້ຫຼາຍຂຶ້ນ, ​ແລະຊາວບ້ານທີ່ດຳລົງຊີວິດຢູ່ພູຈິ້ງໄມ້ກໍ່ດຳລົງຊີວິດຕາມທີ່ເຂົາເຈົ້າປາດຖະໜາ.

“ບັນພະບຸລຸດຂອງພວກເຮົາດຳລົງຊີວິດດ້ວຍການປູກຊາຢູ່ທີ່ນີ້. ມາຮອດລຸ້ນຂອງພວກເຮົາ, ບໍ່ພຽງແຕ່ປູກຊາທີ່ດີເທົ່ານັ້ນ, ແຕ່ຍັງຕ້ອງຍາດແຍ່ງກາລະໂອກາດໃນການຜະລິດ ແລະ ການຂາຍຊາໃຫ້ດີ.”

ທ່ານ ຊານເວີນ(Sanwen) ຊາວໜຸ່ມຊົນເຜົ່າປູລາງຈາກບ້ານບູຮານເວີນຈີ, ລາວກໍາລັງພະຍາຍາມຂາຍຊາໄປທົ່ວປະເທດແລະທົ່ວໂລກໂດຍຜ່ານການຂາຍທາງອິນເຕີເນັດ.

"ໃນເມື່ອກ່ອນເສັ້ນທາງບໍ່ດີ, ພວກເຮົາຕ້ອງຖືໃບຊາອອກໄປທາງນອກເພື່ອຊອກຫາລູກຄ້າ, ເຖິງແມ່ນວ່າລູກຄ້າມາຊື້ຊາຈາກຂ້ອຍ, ຂ້ອຍກໍບໍ່ຮູ້ວິທີຂົນສົ່ງໃບຊາໄປຕ່າງແຂວງ." ປີ2012, ທ່ານ ຊານເວີນ ທີ່ເຮັດວຽກຢູ່ຕ່າງແຂວງໄດ້ກັບ​ຄືນ​ໄປ​ບ້ານ​ເກີດ​ຂອງ​ຕົນ​ເພື່ອ​ເລີ່ມ​ຕົ້ນ​ການເຮັດ​ທຸ​ລະ​ກິດ, ທ່ານ ຊານເວີນ ເວົ້າວ່າ, "ພວກເຮົາສ້າງສະຫະກອນອາຊີບກະສິກຳໃບຊາຊູນມິງເວີນຈີລ້ານຊ້າງກຸ່ມເວີນຈີ, ເລີ່ມຕັ້ງແຕ່ການເກັບຊາໄປຈົນຮອດການຜະລິດຊາ, ແຕ່ລະຂັ້ນຕອນແມ່ນໄດ້ຮັບການຊີ້ນໍາໂດຍນັກເຕັກນິກວິຊາການ.ຫຼັງຈາກ WeChat ກາຍເປັນທີ່ນິຍົມ, ຂ້ອຍເລີ່ມພະຍາຍາມຂາຍຊາຜ່ານ WeChat."

ນັບຕັ້ງແຕ່ການສຳຫຼວດຄົ້ນຄວ້າການຄ້າອິເລັກໂຕຼນິກມາຮອດປັດຈຸບັນ, ທ່ານ ຊານເວີນ ມີຕົວແທນຈໍາຫນ່າຍຫຼາຍກວ່າ 1.000 ຄົນໃນWeChat, ຊາຂອງສະຫະກອນຍັງໄດ້ຂາຍໄປກວາງຕຸ້ງ, ປັກກິ່ງແລະສະຖານທີ່ອື່ນໆ. ທ່ານ ຊານເວີນ ເວົ້າວ່າ,"ຕອນນີ້ຫຼັງຈາກລູກຄ້າສັ່ງຊື້ຊາອອນລາຍ, ພວກເຮົາຫຸ້ມຫໍ່ແລະຈັດສົ່ງສິນຄ້າ, ແລະລູກຄ້າສາມາດໄດ້ຮັບສິນຄ້າພາຍໃນ 3 ຫາ 4 ມື້."

ເມື່ອທາງລົດໄຟເປີດແລ້ວ,ທ່ານ ຊານເວີນ ບໍ່ພຽງແຕ່ສາມາດເປີດຮ້ານຄ້າແລະເຮັດທຸລະກິດຢູ່ບ້ານເກີດເທົ່ານັ້ນ, ຫາກຍັງໄດ້ເດີນທາງອອກນອກດ້ວຍການຂີ່ລົດໄຟ, ໄປຢາມລູກຄ້າເກົ່າ ແລະ​ໄດ້ຮຽນຮູ້ເຕັກໂນໂລຊີໃໝ່. ລາວຕັ້ງຊື່ຊາຂອງລາວວ່າ- “ດື່ມກັບເຈົ້າໄປຈົນຮອດຍາມເຖົ້າແກ່”.

ທ່ານ ຊານເວີນ ເຂົ້າໃຈດີວ່າ, ລູກຄ້າທີ່ຍິນດີຊື້ ຊາຂອງຕົນເອງ,ບໍ່ພຽງແຕ່ແມ່ນຍ້ອນວັດທະນະທຳຂອງຊາພູດອຍ ແລະ ຄຸນນະພາບຂອງໃບຊາເທົ່ານັ້ນ, ແຕ່ຍັງເປັນຍ້ອນແນວຄິດສົ່ງເສີມໄວໜຸ່ມຂອງຊາວຊາລຸ້ນໃໝ່ທີ່ເຂົ້າໃຈແລະຮຽນຮູ້ສິ່ງໃໝ່ຢ່າງຕໍ່ເນື່ອງ.ຫຼັງຈາກການສຳຫຼວດການຄ້າອິເລັກໂຕຼນິກ, ທ່ານ ຊານເວີນ ກໍາລັງຮຽນຮູ້ຄວາມຮູ້ກ່ຽວກັບການເພີ່ມປະສິດທິພາບຂະບວນການຜະລິດຊາໂດຍຜ່ານເວທີອອນລາຍທີ່ແຕກຕ່າງກັນ, ແລະໃນເວລາດຽວກັນ, ກໍຮຽນຮູ້ການເລົ່າເລື່ອງຂອງພູຈີ້ງໄມ້ໃນວິທີການຂອງຕົນເອງ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ

ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ທ່ານ ຊານເວີນ ຊາວຫນຸ່ມສຳຫຼວດການຄ້າອິເລັກໂຕຼນິກ