ທ່ານ ຈ່າງເຈີ້ນ: ບໍລິສັດພັດທະນາຕົ້ນຊາບູຮານສາວຈັນ ຈຳກັດ ໄດ້ມີໂອກາດເປີດຕະຫຼາດຂະຫນາດໃຫຍ່

2022-11-28 17:40:37
ມາຈາກ:

ເມື່ອເວົ້າເຖິງຄວາມຊົງຈຳທິ່ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຂອງບໍລິສັດພັດທະນາຕົ້ນຊາບູຮານສາວຈັນຈຳກັດ, ທ່ານ ຈ່າງເຈີ້ນ ຄູ່ຮ່ວມຂອງບໍລິສັດນີ້ ລາວຍັງຄົງຈື່ໄດ້ດີ, ລາວເວົ້າວ່າ,"ພວກເຮົາໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ນັບຕັ້ງແຕ່ງານຄັ້ງທີສອງ, ໃນເວລານັ້ນ, ພວກເຮົາໄດ້ເຂົ້າຮ່ວມງານວາງສະແດງ ໂດຍການນຳພາຂອງກະຊວງອຸດສາຫະກໍາແລະການຄ້າລາວ, ຫວັງວ່າຈະວາງສະແດງຊາຕົ້ນໄມ້ບູຮານທີ່ມີຄຸນນະພາບສູງຂອງປະເທດລາວໃຫ້ຜູ້ບໍລິໂພກຈີນໄດ້ຮູ້ຫຼາຍຂື້ນ.”

ຫຼັງຈາກທີ່ປະສົບຜົນສຳເລັດໃນເຂົ້າຮ່ວມງານວາງສະແດງຄັ້ງທຳອິດ, ບໍລິສັດພັດທະນາຕົ້ນຊາບູຮານສາວຈັນ ຈຳກັດ ກໍໄດ້ໃຫ້ຄວາມສຳຄັນກັບຕະຫຼາດຈີນ, ເຊິ່ງໄດ້ຕົກລົງສ້າງຕັ້ງ ບໍລິສັດພັດທະນາຕົ້ນຊາບູຮານສາວຈັນຈຳກັດສາຂາຢຸນນານ ໄດ້ປຸງແຕ່ງ ແລະ ຈຳໜ່າຍເປັນຕົ້ນຕໍຢູ່ຄຸນໝິງ.

ທ່ານ ຈ່າງເຈີ້ນ ກ່າວວ່າ,“ຄຽງຄູ່ກັບການເປີດທາງລົດໄຟລາວ-ຈີນ, ການແລກປ່ຽນຂອງປະຊາຊົນລະຫວ່າງຈີນ-ລາວນັບມື້ນັບສະໜິດສະໜົມ, ໃນລະຫວ່າງຂັ້ນຕອນນີ້ໄດ້ເຮັດໃຫ້ຜູ້ຄົນຮູ້ຈັກຕົ້ນຊາບູຮານສາວຈັນຫຼາຍຂຶ້ນ, ພ້ອມດຽວກັນນັ້ນ, ຍັງໄດ້ເພີ່ມຕື່ມອີກວິທີໜຶ່ງໃນການຂົນສົ່ງຕົ້ນຊາບູຮານສາວຈັນເຂົ້າສູ່ຕະຫຼາດຈີນ." ປະຈຸບັນ, ບໍລິສັດພັດທະນາຕົ້ນຊາບູຮານສາວຈັນ ຈຳກັດ ມີຮ້ານຢູ່ປັກກິ່ງ, ໄຫໜານ, ຊານຕົງ, ກວາງຕຸ້ງ, ເສສວນແລະແຂວງນະຄອນອື່ນໆ.

ທ່ານ ຈ່າງເຈີ້ນ ກ່າວວ່າ,“ການມີເວທີການເຕົ້າໂຮມສິນຄ້າ, ມີຄວາມໜ້າເຊື່ອຖືສູງ, ຂອບເຂດລັດສະໝີກວ້າງຂວາງ, ແລະ ການມີອິດທິພົນທີ່ແຂງແຮງຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້, ໄດ້ຊ່ວຍໃຫ້ພວກເຮົາເສີມຂະຫຍາຍຄວາມນິຍົມຂອງຕົ້ນຊາບູຮານສາວຈັນຂອງລາວໃນປະເທດຈີນ, ແລະ ຍັງຊ່ວຍພວກເຮົາແບ່ງປັນຕົ້ນຊາບູຮານລາວກັບເພື່ອນທີ່ມັກຊາຫຼາຍຂຶ້ນ.” ງານວາງສະແດງສິນຄ້າຈີນ-ອາຊີໃຕ້ປີນີ້,ມີຮ້ານວາງສະແດງຈາກທົ່ວໂລກນັບມື້ນັບຫຼາຍຂຶ້ນ, ເຊື່ອວ່າເພື່ອນມິດສະຫາຍຈະຮູ້ຈັກ, ເຂົ້າໃຈ ແລະ ຮັກສິນຄ້າຄຸນນະພາບສູງຂອງລາວອີກຫຼາຍຂຶ້ນ.

 

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນແຂວງຢຸນນານ

ທ່ານ ຈ່າງເຈີ້ນ: ບໍລິສັດພັດທະນາຕົ້ນຊາບູຮານສາວຈັນ ຈຳກັດ ໄດ້ມີໂອກາດເປີດຕະຫຼາດຂະຫນາດໃຫຍ່