ຫໍວາງສະແດງປະເທດແຂກພິເສດ ປະເທດລາວ: ບັນຍາກາດໃໝ່ ສິນຄ້າໃໝ່ ໂອກາດໃໝ່

2022-11-28 17:42:39
ມາຈາກ:

ທ່ານນາງ ມະນີຈັນ ວັນນະເຮືອງ ຮອງກົງສຸນທີ່ສະຖານກົງສຸນໃຫຍ່ ສປປ ລາວປະຈໍານະຄອນຄຸນໝິງ ກ່າວວ່າ,“ພວກເຮົານຳໃຊ້ວັດ,ພະລາຊະວັງຫຼວງພະບາງ ແລະ ປະຕູໄຊນະຄອນຫຼວງວຽງຈັນເປັນອົງປະກອບໃນການອອກແບບເພື່ອສ້າງພື້ນທີ່ວາງສະແດງທີ່ເປັນລັກສະນະເອກະລັກຂອງລາວໃນເນື້ອທີ່ 600 ຕາແມັດ.” ປະເທດລາວຈະນຳໃຊ້ງານວາງສະແດງສິນຄ້າຈີນ-ອາຊີໃຕ້ເປັນໂອກາດ,ເພື່ອສະແດງວັດທະນະທຳແລະຮີດຄອງປະເພນີລາວ, ແບ່ງປັນຜະລິດຕະພັນລັກສະນະພິເສດຂອງລາວ, ສົ່ງເສີມການບໍລິການທ່ອງທ່ຽວ, ຊຸກຍູ້ການຮ່ວມມືດ້ານການລົງທຶນ.

ຢູ່ຫໍວາງສະແດງປະເທດແຂກພິເສດ ປະເທດລາວ, ເຄື່ອງຫັດຖະກຳ, ເຂົ້າໜຽວ, ຊາຕົ້ນໄມ້ບູຮານ, ເບຍ, ແລະ ກາເຟໄດ້ຮັບຄວາມນິຍົມຈາກພໍ່ຄ້າທົ່ວໂລກ.

ຄຽງຄູ່ກັບການເປີດເສັ້ນທາງລົດໄຟລາວ-ຈີນ ແລະ ການຈັດຕັ້ງປະຕິບັດ RCEP, ບໍລິສັດຮ່ວມທຶນເຕັກໂນໂລຊີ NewPay ລາວ ຈຳກັດ ກໍໄດ້ເຫັນອະນາຄົດອັນສົດໃສໃນຕະຫຼາດຂອງຢຸນນານ ແລະ ໄດ້ລົງທະບຽນຢ່າງຫ້າວຫັນເພື່ອເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້. ບໍລິສັດນີ້ຫວັງວ່າຈະນຳໃຊ້ເວທີຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ເພື່ອເປີດຕະຫຼາດແຂວງຢຸນນານ ແລະ ຊຸກຍູ້ການຮ່ວມມືແລະການແລກປ່ຽນຢ່າງເລິກເຊິ່ງລະຫວ່າງລາວກັບແຂວງຢຸນນານດ້ານຂະແໜງການດິຈິຕອນ.

ບໍລິສັດການຄ້າສາກົນລາວຈໍາປາຢູນນານຈໍາກັດ ກໍ່ໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວ. ບໍລິສັດນີ້ຂາຍເຂົ້າລາວ, ເຂົ້າຫນຽວຫອມ ແລະ ຜະລິດຕະພັນອື່ນໆຢູ່ລາວ.ທ່ານນາງ ເຊິນຊູເມີຍ ຜູ້ຕາງຫນ້າຂອງບໍລິສັດນີ້ໄດ້ເແບ່ງປັນວ່າ,“ຂໍຂອບໃຈເປັນພິເສດສຳລັບການເຊື້ອເຊີນ ແລະ ສະໜັບສະໜູນຂອງລັດຖະບານລາວ, ພວກເຮົາຈຶ່ງສາມາດເຂົ້າຮ່ວມງານວາງສະແດງໄດ້, ປີນີ້ຍັງມີນັກທຸລະກິດຫຼາຍຄົນມາຂໍຄໍາປຶກສາ, ພວກເຮົາບໍ່ພຽງແຕ່ສົ່ງເສີມຜະລິດຕະພັນເທົ່ານັ້ນ, ແຕ່ຍັງຫວັງວ່າຈະແນະນໍາປະເທດລາວທີ່ ເປັນປະເທດທີ່ມີນິເວດແລະ ຄວາມສວຍງາມໃຫ້ກັບທຸກຄົນ.” ນາງຫວັງວ່າຈະຊອກຫາກາລະໂອກາດທາງທຸລະກິດສໍາລັບການຮ່ວມມືໂດຍຜ່ານງານວາງສະແດງສິນຄ້າຈີນ-ອາຊີໃຕ້.

ທ່ານນາງ ມະນີຈັນ ວັນນະເຮືອງ ກ່າວດ້ວຍຄວາມຈິງໃຈວ່າ: "ຂ້າພະເຈົ້າຫວັງວ່າທຸກຄົນສາມາດເກັບກ່ຽວແລະບັນລຸການຮ່ວມມືໃໝ່, ພ້ອມດຽວກັນນັ້ນ, ພວກເຮົາຍັງຫວັງວ່າຈະດຶງດູດນັກທ່ອງທ່ຽວຈີນມາທ່ຽວລາວໃຫ້ຫລາຍກວ່າເກົ່າໂດຍຜ່ານງານວາງສະແດງນີ້."

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນແຂວງຢຸນນານ

ຫໍວາງສະແດງປະເທດແຂກພິເສດ ປະເທດລາວ: ບັນຍາກາດໃໝ່ ສິນຄ້າໃໝ່ ໂອກາດໃໝ່