ກິລາທີ່ຫຼິ້ນເທິງນ້ຳກ້ອນແລະຫິມະເປັນທີ່ນິຍົມໃນການທ່ອງທ່ຽວລະດູໜາວ

2022-01-07 18:07:08 |ມາຈາກ:

ໃນຂະນະທີ່ງານກິລາໂອລິມປິກລະດູໜາວປັກກິ່ງໃກ້ຈະມາເຖິງ, ປະຊາຊົນສ່ວນຫຼາຍເລືອກເອົາການຫຼິ້ນກິລາເທິງນ້ຳກ້ອນ​ແລະ ຫິມະໃນການທ່ອງທ່ຽວລະດູໜາວ. ຢູ່ນະຄອນຫຼວງປັກກິ່ງ, ງານວາງສະແດງການຫຼິ້ນນ້ຳກ້ອນແລະຫິມະຂອງສວນສາທາລະນະປັກກິ່ງຄັ້ງທີ 8 ໄດ້ໄຂຂຶ້ນ, ​ເຊິ່ງໄດ້ເປີດໂອກາດໃຫ້ປະຊາຊົນແລະນັກທ່ອງທ່ຽວໄດ້ສຳຜັດກັບຄວາມມ່ວນຊື່ນຂອງກິລາທີ່ຫຼິ້ນເທິງນ້ຳກ້ອນແລະຫິມະ. ຢູ່ເມືອງຮາບິນ,ບັນດາບ່ອນຊົມທັດສະນີຍະພາບນ້ຳກ້ອນແລະຫິມະໄດ້ດຶງດູດປະຊາຊົນແລະນັກທ່ອງທ່ຽວຈາກທົ່ວໂລກໃຫ້ມາຊົມ. ຢູ່ແຂວງຢຸນນານ, ສະໜາມກິລານ້ຳກ້ອນແລະຫິມະ 9 ແຫ່ງເປີດໃຫ້ບໍລິການໂດຍບໍ່ເສຍຄ່າ,​ໄດ້ດຶງດູດຫຼາຍຄົນໃຫ້ມາສຳຜັດກັບສະເໜ່ຂອງກິລາທີ່ຫຼິ້ນເທິງນ້ຳກ້ອນແລະຫິມະ.