ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ເມືອງເທິງຊົງ: ​ຄັນຮົ່ມເຈ້ຍນ້ຳມັນຊີງຢາງ ທີ່ເມືອງກູຕົງ

2022-01-12 17:31:16 |ມາຈາກ:

ຢູ່ບ້ານຊີງຢາງ ເມືອງເທິງຊົງ ມີຄັນຮົ່ມເຈ້ຍນ້ຳມັນຊິງຢາງ ທີ່ເປັນມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ໄດ້ສືບທອດມາ 100 ກວ່າປີແລ້ວ. ຄັນຮົ່ມເຈ້ຍນ້ຳມັນຊິງຢາງມີລັກສະນະຄື ຝີມືການຜະລິດທີ່ປານີດ, ​ຄັນຮົ່ມສວຍງາມ ​ແລະ​ ສີສັນສົດໃສ, ເປັນທີ່ນິຍົມຂອງນັກທ່ອງທ່ຽວ.

ໃນເບື້ອງຕົ້ນ, ການ​ເຮັດຄັນຮົ່ມເຈ້ຍນ້ຳມັນແມ່ນມາຈາກແຂວງເສສວນ, ປະຈຸບັນ, ເຈີນຈ່າຈ່າງ ຊາວບ້ານຊິງຢາງ ເປັນຜູ້ສືບທອດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງເມືອງເທິງຊົງ. ໃນມື້ນີ້, ລາວນຳໃຊ້ຄອມພິວເຕີແຕ້ມຮູບພາບ ແລະ ອິນເຕີເນັດ ໃນການຜະລິດຄັນຮົ່ມເຈ້ຍນ້ຳມັນ, ປະສົມປະສານກັບເນື້ອໃນການທ່ອງທ່ຽວວັດທະນະທໍາທ້ອງຖິ່ນ, ແລະ ອົງປະກອບທີ່ທັນສະໄຫມ. ເຈີນຈ່າຈ່າງ ຂາຍຄັນຮົ່ມເຈ້ຍນ້ຳມັນໄປທົ່ວປະເທດໂດຍຜ່ານເວທີອິນເຕີເນັດ, ແລະ ລາວຫວັງວ່າຈະສາມາດສືບທອດຄັນຮົ່ມເຈ້ຍນ້ຳມັນໃຫ້ຄົງຢູ່ຕໍ່ໄປ.