ບັນຍາກາດຂອງບຸນກຸດຈີນຈາກເຂົ້າໜົມປ່າປ່າໃນແຂວງຢຸນນານ

2022-01-28 17:36:48 |ມາຈາກ:

ຢູ່ຕາແສງຢ້າວກວນ ເມືອງຊືຕ້ຽນ ແຂວງຢຸນນານ, ໃນໂອກາດການສະເຫຼີມສະຫຼອງບຸນກຸດຈີນ ປະຊາຊົນຢູ່ທີ່ນີ້ຈະກິນເຂົ້າໜົມປ່າປ່າ (ເປັນເຂົ້າໜົມທີ່ເຮັດດ້ວຍເຂົ້າ) ມີລົດຊາດຫວານ ແລະ ນຸ້ມໜຽວ. ສ່ວນປະກອບສໍາລັບການເຮັດເຂົ້າໜົມປ່າປ່າແມ່ນເຂົ້າ, ຊຶ່ງມີຫມາຍຄວາມວ່າການເກັບກ່ຽວທີ່ອຸດົມສົມບູນ, ເຂົ້າໜົມປ່າປ່າຕົ້ນຕໍແມ່ນມີຮູບຮ່າງກົມ, ເປັນສັນຍາລັກຂອງການເຕົ້າໂຮມກັນທີ່ຍາວນານ.ນອກຈາກນັ້ນ, ເຂົ້າໜົມປ່າປ່າທີ່ມີຮູບຮ່າງເປັນໝາກນ້ຳເຕົ້າ ເປັນຕົວແທນຂອງຄວາມໂຊກດີ, ເຂົ້າໜົມປ່າປ່າ ທີ່ເປັນຮູບ “ສິບສອງນັກສັດ” ແລະ “ຮ້ອຍດອກໄມ້ຕ້ອນຮັບລະດູໃບໄມ້ປົ່ງ” ທີ່ເຮັດດ້ວຍແມ່ພິມທີ່ແກະສະຫຼັກດ້ວຍໄມ້ສະແດງໃຫ້ເຫັນເຖິງຄວາມໂຊກດີ ແລະ ການອວຍພອນຄວາມສຸກ.