ຄຸນໝິງແຂວງຢຸນນານ: ຂຸ້ນຂ້ຽວເກັບກ່ຽວດອກໄມ້ສົດກ່ອນບຸນກຸດຈີນ

2022-01-29 18:04:46 |ມາຈາກ:

ເມື່ອບຸນກຸດຈີນໃກ້ຈະມາເຖິງ, ດອກໄມ້ສົດໄດ້ກາຍເປັນທາງເລືອກທີ່ຈຳເປັນຂອງຫຼາຍຄົນໃນການຊື້ສິນຄ້າໃນວັນບຸນກຸດຈີນ.ບໍລິສັດປູກດອກໄມ້ແຫ່ງໜຶ່ງຢູ່ນະຄອນຄຸນໝິງແຂວງຢຸນນານ, ຜູ້ຮັບຜິດຊອບໃນບໍລິສັດ ແລະຊາວສວນດອກໄມ້ພວມຂຸ້ນຂ້ຽວກັບການເກັບກ່ຽວດອກໄມ້ສົດເພື່ອຂາຍໃຫ້ໄດ້ລາຄາດີກ່ອນບຸນກຸດຈີນ.

ໃນຊຸມປີມໍ່ໆມານີ້, ເມືອງຈິງນິງນະຄອນຄຸນໝິງໄດ້ນຳເອົາ ສະຖາບັນຄົ້ນຄວ້າວິທະຍາສາດລະດັບສູງຈຳນວນໜຶ່ງເຂົ້າມາ, ຊາວກະສິກອນສວນດອກໄມ້ໄດ້ນຳໃຊ້ເຕັກໂນໂລຊີທີ່ມີປະສິດທິຜົນ​ແລະ​ແທດເໝາະກັບຕົວຈິງ,ການພັດທະນາອຸດສາຫະກຳດອກໄມ້ຂອງເມືອງຈິງນິງໄດ້ຮັບການສະໜັບສະໜູນຈາກວິທະຍາສາດເຕັກໂນໂລຊີ.

ມາຮອດທ້າຍປີ 2020, ເນື້ອທີ່ປູກດອກໄມ້ ແລະ ພືດສວນຢູ່ເມືອງຈິງນິງນະຄອນຄຸນໝິງບັນລຸ 3.927 ​ເຮັກຕາ, ໃນນັ້ນເນື້ອທີ່ການປູກດອກໄມ້ສົດມີ 3.680 ​ເຮັກຕາ, ຜະລິດດອກໄມ້ຕັດສົດໄດ້ 4,844 ຕື້ດອກ, ຍອດມູນຄ່າຜະລິດຕະພັນກະສິກຳດອກໄມ້ແມ່ນ 2,75 ຕື້ຢວນ, ຍອດມູນຄ່າການປຸງແຕ່ງແມ່ນ 4,48 ຕື້ຢວນ, ເຊິ່ງເປັນເມືອງ(ເຂດ)ທີ່ໃຫຍ່ທີ່ສຸດຂອງການຜະລິດດອກໄມ້ສົດໃນປະເທດຈີນ,​ເນື້ອທີ່ປູກ,ຍອດມູນຄ່າຜະລິດຕະພັນແລະການຜະລິດຂອງດອກໄມ້ສົດແມ່ນອັນດັບໜຶ່ງຂອງແຂວງຢຸນນານ.

ການແນະນຳຂອງບັນນາທິການ
滇ICP备 09002441号
中华人民共和国国务院新闻办公室 支持指导
云南省人民政府新闻办公室 主办
云南日报报业集团 承办
本网站由云桥网版权所有,未经授权禁止复制或建立镜像
Copyright ©yunnangateway.com All Rights Reserved since 2006