ການຖັກແສ່ວພື້ນເມືອງຂອງເມຶືອງໂມຕີງແຂວງຢຸນນານໄດ້ມີຮູບແບບໃໝ່

2022-01-29 18:08:05 |ມາຈາກ:

ຊຸດອາພອນຂອງຊາວຊົນເຜົ່າຢີສະແດງໃຫ້ເຫັນວັດທະນະທຳຊົນເຜົ່າທີ່ເກົ່າແກ່. ຊາວຊົນເຜົ່າຢີທີ່ອາໄສຢູ່ເຂດໂມຕີງແຂວງຢຸນນານມີຈຳນວນຫຼວງຫຼາຍ, ເຄື່ອງຫັດຖະກຳຖັກແສ່ວພື້ນເມືອງໄດ້ຮັບການສືບທອດມາເປັນເວລາຫຼາຍພັນປີ, ເຊິ່ງມີຫຼາຍກວ່າ 100 ຊະນິດ, ຜະລິດຕະພັນຖັກແສ່ວລ້ວນແຕ່ປານີດ, ຮູບຮ່າງສວຍງາມ, ສີສັນມີລັກສະນະພິເສດ.

ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການສືບທອດ ແລະ ການພັດທະນາການຖັກແສ່ວຢ່າງບໍ່ຢຸດຢັ້ງ, ນັກຖັກແສ່ວພື້ນເມືອງຈຳນວນໜຶ່ງໄດ້ເປີດຮ້ານຂາຍຜະລິດຕະພັນຖັກແສ່ວ, ​ເຄື່ອງຖັກແສ່ວພື້ນເມືອງໄດ້ເຂົ້າສູ່ຕະຫຼາດ. ມີນັກຫັດຖະກຳປັກແສ່ວອາຊີບກວ່າ 200 ຄົນຢູ່ເຂດໂມຕີງ, ​ແລະມີນັກສິລະປະພື້ນເມືອງກວ່າ 8.700 ຄົນທີ່ຊຳນານໃນການປັກແສ່ວ. ຜະລິດຕະພັນດັ່ງກ່າວໄດ້ພັດທະນາຈາກເຄື່ອງນຸ່ງພື້ນເມືອງແບບດັ້ງເດີມມາເປັນເຄື່ອງຫຼາຍກວ່າ 30 ຊະນິດ ແລະ ມີຫຼາຍກວ່າ 100 ຜະລິດຕະພັນເຊັ່ນ: ເກີບແລະໝວກ, ອຸປະກອນ ແລະ ຂອງຂວັນ.